ວິທະຍາຄານສັນຕິບານປະຊາຊົນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ

0
1018

ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 26 ປີ (7 ຕຸລາ 1994-7 ຕຸລາ 2020), ໂດຍເປັນປະທານຂອງ ພົຈວ ວັນສົມ ສີສົມບັດ ອໍານວຍການວິທະຍາຄານສັນຕິບານປະຊາຊົນ, ມີບັນດາຄະນະພັກ-ຄະນະບັນຊາ, ພ້ອມດ້ວຍ ຄູອາຈານ, ແຂກຖືກເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.

ໃນພິທີ, ພົຈວ ວັນສົມ ສີສົມບັດ ໄດ້ຍົກໃຫ້ເຫັນວ່າ: ວັນຄູແຫ່ງຊາດ ເປັນວັນແຫ່ງສັນຍາລັກຂອງຜູ້ທີ່ມີຄວາມຮູ້, ຄວາມສາມາດເຮັດໜ້າທີ່ການສິດສອນ,ຖ່າຍທອດຄວາມຮູ້ໄປສູ່ຄົນອື່ນ, ຜູ້ທີ່ເຮັດໜ້າທີ່ແບບນີ້ເອີ້ນວ່າຄູ, ຄູໝາຍເຖິງຜູ້ທີ່ເກັ່ງ,ມີຄວາມຊໍານິຊໍານານທາງດ້ານວິທະຍາ ສາດ, ວິທະຍາການຈົນກາຍເປັນຜູ້ຊ່ຽວຊານທີ່ສໍານານງານ, ຜູ້ທີ່ເຮັດໜ້າທີ່ການສິດສອນ ຫຼື ຜູ້ທີ່ເອີ້ນວ່າຄູນັ້ນ ລ້ວນແຕ່ມີຄວາມເບີກບານມ່ວນຊື່ນ, ມີໃບໜ້າຍິ້ມ ແຍ້ມແຈ່ມໃສ ເພາະວັນຄູເປັນ,ເປັນວັນທີ່ມີຄວາມໝາຍທາງດ້ານຈິດໃຈ ແລະ ມີຄວາມສຸກທີ່ສຸດຂອງຜູ້ທີ່ເຮັດໜ້າ ທີ່ການສິດສອນສົ່ງຄວາມຮູ້, ໄດ້ຮັບການຊູກຽດສັກສີ ແລະ ໄດ້ຮັບຄໍາຍ້ອງຍໍສັນລະເສີນ ຈາກທຸກຊັ້ນຄົນໃນສັງຄົມ, ດັ່ງທີ່ລາວເຮົາເຄີຍເວົ້າກັນວ່າ ຄູຄື ແມ່ພິມແຫ່ງຊາດ, ຄູແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູຄືເບົ້າຫຼໍ່ແຫ່ງດວງວິນຍານຂອງຄົນຮຸ່ນໃໝ່, ຄູຄືນັກຮົບໃນແຖວໜ້າຂອງສະໜາມຮົບການສຶກສາ, ຖ້າບໍ່ມີຄູ ສັງຄົມກໍຈະບໍ່ໄດ້ຮັບຄວາມຮູ້, ຄົນບໍ່ມີຄວາມຮູ້ສ້າງສາພັດທະນາບ້ານເມືອງບໍ່ໄດ້. ໃນປີ 1905 ປະເທດລາວຕົກເປັນຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນຝຣັ່ງ, ໃນເວລານັ້ນ ປະເທດລາວ ມີພຽງ 2 ແຫ່ງ ຄື: ຢູ່ຫຼວງພະບາງ ແລະ ວຽງຈັນ ຄົນລາວທີ່ໄດ້ເຂົ້າໂຮງຮຽນ ແມ່ນມີໜ້ອຍ, ໃນຈໍານວນດັ່ງກ່າວ ມີຄົນລາວ ຊື່ ທ້າວ ຄໍາ ໄດ້ຮຽນຈົບຫ້ອງທີI (ປ6), ປີ 1907 ທ້າວ ຄໍາ ໄດ້ເຂົ້າຮ່ວມຮັບການອົບຮົມຄູ ເຊິ່ງຖືວ່າເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສໍາເລັດແລ້ວ ມາ ຮອດທີ 7 ຕຸລາ 1907 ທ້າວ ຄໍາ ໄດ້ເລີ່ມເປັນຄູສອນຕົວຈິງ ຢູ່ທີ່ໂຮງຮຽນສ້າງຄູສົງທີ່ວັດຈັນ, ຍ້ອນເຫດຜົນດັ່ງກ່າວ ລັດຖະບານລາວ ຈຶ່ງໄດ້ເອົາວັນທີ 7 ຕຸລາ ຂອງແຕ່ລະປີ ເປັນວັນຄູແຫ່ງຊາດລາວ ນັ້ນເອງ.

ໃນພິທີດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຊົມຮັບຟັງການສະແດງສິລະປະ, ວັນນະຄະດີ ເປັນຕົ້ນແມ່ນ ການຮ້ອງເພງ, ຮັບຟັງຜົນການການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ. ພ້ອມທັງ ມີການມອບໃບຍ້ອງຍໍໃຫ້ບັນດາຄູ-ອາຈານ ຜູ້ທີ່ມີຜົນງານໃນການປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ຈໍານວນ 12 ສະຫາຍ.