ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VI

0
1305

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍວັນທີ 6 ຕຸລາ ຜ່ານມາ, ພາຍຫຼັງທີ່ໄດ້ດຳເນີນເປັນເວລາ 2 ວັນ, ໂດຍການເປັນປະທານຂອງ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ, ມີຜູ້ແທນສົມບູນຈໍານວນ 223 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວແຂວງ 9.191 ສະຫາຍ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໃນໄລຍະ 2 ວັນ, ຜູ້ແທນກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງສະໄໝທີ 5 ໃນໄລຍະ 5 ປີຜ່ານມາກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 5 ອົງຄະນະພັກແຂວງ, ຮັບຮອງເອົາແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9 ນັບແຕ່ 2021-2025 ຊຶ່ງເປັນບາດລ້ຽວໃໝ່ການຫັນປ່ຽນໂຄງສ້າງເສດຖະກິດຈາກການຜະລິດແບບດັ້ງເດີມໄປສູ່ໂຄງການສ້າງເສດ ຖະກິດໃໝ່ທີ່ມີຄຸນນະພາບສູງໄປຕາມທິດສີຂຽວ ແລະ ຍືນຍົງ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການນໍາພາແຂວງບໍ່ແກ້ວ ແນໃສ່ເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ຍັງໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດທີ VIຈຳນວນ 31 ສະຫາຍ ຍິງ 4 ສະຫາຍ ໃນຈຳນວນຜູ້ລົງສະໝັກທັງໝົດ 36 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິ ຫານງານພັກແຂວງບໍ່ແກ້ວ ຄັ້ງທີ VI ໄດ້ເລືອກເອົາຄະນະປະຈໍາພັກແຂວງ 9 ສະຫາຍ, ໂດຍເຫັນດີ ເປັນເອກະພາບເລືອກເອົາ ສະຫາຍ ປອ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຈອມສີ ລັດຕະນະປັນ ແລະ ສະຫາຍ ເພັງສອນ ແກ້ວວິໄລ ເປັນຮອງເລຂາ, ສະຫາຍ ສຸກຂະ ຫຼຽນທອງຄຳ ເປັນປະທານກວດກາພັກແຂວງ, ສະຫາຍ ເປົາແກ້ວ ພູມສະຫວັນ, ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ແລະ ສະຫາຍ ໜໍ່ຄຳ ນົງສຸວັນ ເປັນຮອງປະທານກວດກາພັກແຂວງ. ນອກຈາກນີ້, ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ ແທນສົມບູນ 14 ສະຫາຍ ຍິງ 2 ສະຫາຍ ແລະ ສຳ ຮອງ 2 ສະຫາຍໄປຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນທອງ ຈິດມະນີ ເພື່ອເປັນທິດຊີ້ນໍາໃຫ້ຜູ້ແທນກອງປະຊຸມ ກໍຄື ຄະນະບໍລິຫານງານພັກແຂວງຊຸດໃໝ່ ນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ໃຫ້ປະກົດຜົນເປັນຈິງເພື່ອນໍາເອົາແຂວງບໍ່ແກ້ວ ກ້າວ ຂຶ້ນຢ່າງບໍ່ຢຸດຢັ້ງ ຕາມອຸດົມການ ແລະ ຈຸດໝາຍຂອງພັກທີ່ໄດ້ກຳນົດໄວ້.