ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງເມືອງໄຊທານີ ນະຄອນຫຼວງວຽງຈັນ ຍັງບໍ່ມີຄວາມເດັດຂາດໃນການແກ້ໄຂບັນຫາຂາຍເຄື່ອງຊະຊາຍຢູ່ຕາມແຄມທາງສາຍຫຼັກ, ໂດຍສະເພາະຖະໜົນໄກສອນ ເຂດບ້ານດອນໜູນ ເຖິງມີການຈັດຕັ້ງປະຕິບັດເຂດຫ້າມຂາຍແລ້ວກໍຕາມ ແຕ່ກໍຍັງມີຜູ້ຄ້າຂາຍຈໍານວນຫຼາຍຝ່າຝືນຕໍ່ລະບຽບທີ່ວາງອອກ; ເຊິ່ງເຮັດໃຫ້ບັນຫາດັ່ງກ່າວເກີດການຈະລາຈອນແອອັດສ້າງຄວາມບໍ່ສະດວກສະບາຍໃຫ້ຜູ້ທຽວທາງ; ຄຽງຄູ່ກັນນີ້, ຍັງສົ່ງຜົນຈັດຕັ້ງປະຕິບັດ 6 ສໍ ຂອງນະຄອນຫຼວງວຽງຈັນ.

ເມືອງໄຊທານີ ເປັນອີກເມືອງໜຶ່ງທີ່ກໍາລັງປະເຊີນໜ້າກັບສະພາບການສັນຈອນແອອັດໃນໂມງໄປການ-ເລີກການ, ເນື່ອງຈາກວ່າ ມີເສັ້ນທາງສາຍດຽວທີ່ພາຫະນະມາຈາກ 13 ໃຕ້ ແລະ ເສັ້ນທາງ ເລກ 10 ຕ້ອງມາຜ່ານຖະໜົນໄກສອນ ກ່ອນເຂົ້າສູ່ຕົວເມືອງ. ຄຽງຄູ່ກັນນີ້, ພາຫະນະ ຢູ່ນະຄອນຫຼວງວຽງຈັນ ກໍເພີ່ມຂຶ້ນເຮັດໃຫ້ເສັ້ນທາງບໍ່ສາມາດຮອງຮັບການເພີ່ມຂຶ້ນຂອງພາຫະນະໄດ້ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກທາງດ້ານການສັນຈອນໃນຊົ່ວໂມງຮີບດ່ວນ. ນອກນັ້ນ, ຢູ່ສອງຝາກເສັ້ນທາງມີເຮືອນພໍ່-ແມ່ປະຊາຊົນ, ສໍານັກງານ, ໂຮງຮຽນ, ຮ້ານຄ້າຕ່າງໆ ເຮັດໃຫ້ຜູ້ປະກອບການບໍ່ມີສະຖານທີ່ຂາຍເຄື່ອງພຽງພໍ ຈຶ່ງຂະຫຍາຍເຂດຂາຍເຄື່ອງກວມເອົາເຂດທາງຍ່າງ ແລະ ສ່ວນໜຶ່ງເອົາພື້ນທີ່ເສັ້ນ ທາງເປັນບ່ອນຈອດລົດ ເຮັດໃຫ້ກີດຂວາງການສັນຈອນ ແລະ ເປັນສາເຫດແອອັດຕາມມາ; ເຊິ່ງໃນສະພາບການສັນຈອນຫຍຸ້ງຍາກຄືແນວນີ້ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງໄຊທານີ ຢືນຢັນວ່າ: ຖ້າມີລົດພຽງ 1 ຄັນ ມາຈອດຢູ່ແຄມທາງກໍສາມາດເຮັດໃຫ້ລົດຕິດຂັດໄດ້.

ເມື່ອເວົ້າເຖິງ, ການຂາຍເຄື່ອງຊະຊາຍຕາມແຄມທາງຢູ່ເມືອງໄຊທານີ ກໍຍັງມີຈໍານວນຫຼວງຫຼາຍ ເຖິງແມ່ນວ່າພາກສ່ວນທີ່ກ່ຽວຂ້ອງຈະມີການໄດ້ຈັດຕັ້ງປະຕິບັດແກ້ໄຂໃຫ້ຜູ້ປະກອບການຍົກຍ້າຍໄປຂາຍຢູ່ບ່ອນທີ່ກໍານົດໄວ້ກໍຕາມ, ແຕ່ກໍຍັງມີຜູ້ຄ້າຂາຍຝ່າຝືນກົດລະບຽບ ແລະ ຂໍ້ຫ້າມທີ່ກໍານົດໄວ້. ອັນພົ້ນເດັ່ນແມ່ນການຂາຍເຄື່ອງຢູ່ຖະໜົນໄກສອນເຂດບ້ານດອນໜູນໃນທຸກຕອນແລງຈະມີພໍ່ຄ້າ, ແມ່ຄ້າ, ນໍາເອົາລົດ, ລໍ້ໜາກໄມ້, ແຜ່ນຜ້າມາປູແຄມທາງເປັນບ່ອນຂາຍເຄື່ອງຢ່າງແຜ່ຫຼາຍ, ເຊິ່ງກົງກັບໄລຍະເວລາເປັນຊ່ວງທີ່ຈະລາຈອນແອອັດ ແລະ ມີຜູ້ທີ່ທຽວທາງຈອດລົດຊື້ຢ່າງຕໍ່ເນື່ອງສົ່ງຜົນເຮັດໃຫ້ຈຸດດັ່ງກ່າວພົບກັບບັນຫາສະພາບການສັນຈອນຕິດຂັດ.

ທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງໆໄຊທານີ ໃຫ້ຮູ້ວ່າ: ໃນການແກ້ໄຂບັນຫາດັ່ງກ່າວ ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍໄດ້ມີການເຄື່ອນໄຫວຢູ່ຕາມເສັ້ນທາງສາຍຕ່າງໆພາຍໃນເມືອງທີ່ເຫັນວ່າຍັງມີຄວາມບໍ່ເປັນລະ ບຽບຮຽບຮ້ອຍ; ເຊິ່ງໃນເມືອງໄຊທານີ ມີ 5 ສາຍທາງຫຼັກ ຄື: ຖະໜົນໄກສອນ, 450 ປີ, ເລກ 10, 13 ໃຕ້ ແລະ ເສັ້ນທາງແຕ່ບ້ານຕານມີໄຊ ຫາ ບ້ານໜອງພະຍາ; ທັງນີ້ ກໍເພື່ອເຮັດໃຫ້ເມືອງໄຊທານີ ມີຄວາມເປັນລະບຽບຮຽບຮ້ອຍມີຄວາມສະອາດຈົບງາມເປັນເມືອງທີ່ໜ້າຢູ່ຮັບປະກັນຄວາມປອດໄພໃນການສັນຈອນ, ບໍ່ມີສິ່ງກີດຂວາງທັງເປັນການປົກປັກຮັກສາເສັ້ນທາງ ແລະ ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆ.

ໃນວັນທີ 27 ສິງຫາ 2020 ທີ່ຜ່ານມາ, ຄະນະກໍາມະການ ໄດ້ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ສາຍທາງແຕ່ຕານມີໄຊ ຫາ ໜອງພະຍາ ແລະ ຖະໜົນໄກສອນ (ເຂດບ້ານດອນໜູນ ) ໃນນັ້ນ ຢູ່ເສັ້ນທາງຕານມີໄຊ ຫາ ບ້ານໜອງພະຍາ ມີທັງໝົດ 14 ຮ້ານ ໄດ້ເຮັດບົດບັນ ທຶກກ່າວເຕືອນ 14 ຮ້ານ ແລະ ຖະໜົນໄກສອນ, ມີທັງໝົດ 16 ຮ້ານ ໄດ້ເຮັດບົດບັນທຶກກ່າວເຕືອນ 16 ຮ້ານ. ສຳລັບພໍ່ຄ້າແມ່ຄ້າທີ່ຖືກຄະ ນະກຳມະການໄດ້ເຮັດບົດບັນທຶກກ່າວເຕືອນ ແມ່ນແນະນຳໃຫ້ຍົກຍ້າຍເຄື່ອງຂອງໄປຂາຍທີ່ລັດໄດ້ກຳນົດໃຫ້. ບໍ່ພຽງເທົ່ານັ້ນ, ຄະນະ ກຳມະ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງຫຼັກພາຍໃນເມືອງໄຊທານີ ຈະລົງຈັດສັນ ຖ້າມີເສັ້ນທາງອື່ນທີ່ເຫັນວ່າມີ ຄວາມຫຍຸ້ງຍາກສັນສົນ,ຈະລາຈອນມີຄວາມແອອັດ ແລະ ມີຄວາມສຽ່ງຕໍ່ການເກີດອຸບັດຕິເຫດຈະລົງຈັດສັນທັນທີ.

ຜ່ານການຈັດຕັ້ງປະຕິບັດ, ກໍເຫັນໄດ້ວ່າຈຸດດັ່ງກ່າວ ແມ່ນມີຄວາມເປັນລະບຽບຮຽບດີ, ສະພາບການສັນຈອນກໍມີຄວາມສະດວກ ແລະ ຄ່ອງຕົວຫຼາຍຂຶ້ນ, ແຕ່ຜ່ານໄປໃນໄລຍະບໍ່ພໍເທົ່າໃດວັນ ກໍມີຜູ້ຄ້າຂາຍມາວາງຂາຍສິນຄ້າຄືເກົ່າ, ນີ້ກໍສະແດງວ່າ ການຈັດຕັ້ງປະຕິບັດຂອງພາກ ສ່ວນທີ່ກ່ຽວຂ້ອງບໍ່ມີຄວາມເຂັ້ມງວດ; ຕໍ່ກັບບັນຫານີ້ໄດ້ຝາກໄປເຖິງການແກ້ໄຂບັນຫາໃຫ້ຢືນຍົງ ໂດຍການເພີ່ມທະວີສຶກສາອົບຮົມໃຫ້ຜູ້ທີ່ມາຄ້າຂາຍໃຫ້ເຂົ້າໃຈກ່ຽວກັບລະບຽບການທີ່ວາງອອກ, ກ່າວເຕືອນທັງເຮັດບົດບັນທຶກຖ້າຍັງພົບຝ່າຝືນຄັ້ງຕໍ່ໄປແມ່ນໃຫ້ປະຕິບັດລະບຽບກົດໝາຍທີ່ກໍານົດໄວ້ຢ່າງເຂັ້ມງວດ; ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແຕ່ງຕັ້ງຄະນະຮັບຜິດຊອບຢູ່ແຕ່ລະຈຸດ ເພື່ອແນະນໍາບໍ່ໃຫ້ເຂົາເຈົ້າມາຂາຍຢູ່ເຂດຫວງຫ້າມ, ພ້ອມທັງຈັດສັນສະຖານທີ່ຄ້າຂາຍໃຫ້ເໝາະສົມ. ນອກນັ້ນ, ຕ້ອງປະສານສົມທົບກັບອໍານາດການປົກຄອງບ້ານເພື່ອຮ່ວມ ກັນແກ້ໄຂ, ເຊື່ອແນ່ວ່າຖ້າມີການຈັດຕັ້ງປະຕິບັດ ຢ່າງຈິງຈັງກໍສາມາດແກ້ໄຂໄດ້ຢ່າງແນ່ນອນ.

ຢ່າງໃດກໍຕາມ, ໃນການຄ້າຂາຍເພື່ອລ້ຽງ ຊີບຂອງພໍ່-ແມ່ປະຊາຊົນທັງພາກລັດເພິ່ນກໍຊຸກຍູ້ ແລະ ສົ່ງເສີມຢ່າງກວ້າງຂວາງ, ແຕ່ຜູ້ທີ່ປະກອບການກໍຄວນເບິ່ງຄືນເຖິງສະຖານທີ່ຄວາມເໝາະສົມບ່ອນວາງສິນຄ້າເພື່ອຄ້າຂາຍ ຖ້າວ່າວາງຕາມເສັ້ນທາງບ່ອນທີ່ມີສະພາບການສັນຈອນແອອັດກໍບໍ່ສົມຄວນ. ນອກນັ້ນ, ລູກຄ້າກໍຄວນຄໍານຶງໃນການຊື້ສິນຄ້າ ໂດຍສະເພາະແມ່ນການຢຸດ-ການຈອດລົດຖ້າຢູ່ບ່ອນສັບສົນກໍຍິ່ງຈະເຮັດໃຫ້ສ້າງຄວາມຫຍຸ້ງຍາກຕໍ່ຜູ້ທີ່ຮ່ວມເດີນທາງ.