ປະກາດແຕ່ງຕັ້ງຄະນະພັກຮາກຖານກອງພັນນ້ອຍ 627

0
983

ພິທີປະກາດບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານກອງພັນນ້ອຍ 627 ກອງພົນທີ 2 ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະ ຫາຍ ພັທ ບຸນເດີມ ດວງຈໍາປາ ຄະນະພັກກອງພົນ ຮອງຫົວໜ້າຫ້ອງການເມືອກອງພົນທີ 2,ມີບັນດາສະຫາຍເລຂາ-ຮອງເລຂາ, ຄະນະພັກພະແນກ,ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພັນ ແລະ ສະມາຊິກພັກທົ່ວກອງພັນ ເຂົ້າຮ່ວມ.

ສະຫາຍ ພັຕ ສົມຈິດ ແກ້ວໄຊຍະວົງ ຮອງຫົວໜ້າພະແນກຈັດຕັ້ງພັກ ໄດ້ຂຶ້ນຜ່ານຂໍ້ຕົງລົງຂອງຄະນະພັກກອງພົນທີ 2 ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການ, ຄະນະພັກຮາກຖານ ກອງພັນນ້ອຍ 627, ໂດຍອີງຕາມລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ X, ໝວດທີ II, ມາດຕາ 13, ຂໍ້ທີ 1ໄດ້ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັຕ ສາທິດ ສີລາເພັດ ຫົວໜ້າການເມືອງກອງພັນນ້ອຍ 627 ເປັນເລຂາຄະນະ ພັກຮາກຖານ, ສະຫາຍ ພັຕ ສົມສັກ ສົງຄາມ ເປັນກຳມະການຄະນະພັກຮາກຖານ ກອງພັນນ້ອຍ 627

ໃນພິທີ, ຍັງໄດ້ມີການປະກາດແຕ່ງຕັ້ງ ພັຕ ສົມສັກ ສົງຄາມ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ, ສະຫາຍ ພັຕ ແອ ໄຊດວງຕາ ເປັນຮອງເລຂາ ແລະ ສະຫາຍ ຮອ ຫຸມນິນົມ ອີນທະວົງ ເປັນກຳມະການຄະນະບໍລິຫານງານຊາວໜຸ່ມ ກອງພັນນ້ອຍ 627