ຮາກຖານຊາວໜຸ່ມກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ຄັ້ງທີ VI ແລະ ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງຊາວໜຸ່ມ ປກສ ແຂວງ ໃນວັນທີ 6-7 ຕຸລາ 2020 ເປັນປະທານໂດຍ ພັທ ກອງລະສັກ ສີສຸກລາດ ເລຂາຮາກຖານຊາວໜຸ່ມ ປກສ ແຂວງ, ເຂົ້າຮ່ວມໂດຍ ພັທ ຜາຂົງ ດອກມະນີ ຈັກ ຮອງເລຂາຄະນະພັກກອງບັນຊາ ການ ປກສ ແຂວງ ມີສະມະຊິກຊາວ ໜຸ່ມ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້, ປະກອບມີມະຕິກອງປະຊຸມໃຫຍ່ ຄັ້ງທີ III ຮາກຖານຊາວໜຸ່ມກອງບັນຊາ ການ ປກສ ແຂວງ, ມະຕິຕົກລົງເລກທີ 351 ຂອງຄະນະພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການແບ່ງຄວມ ຮັບຜິດຊອບຂອງຄະນະຊາວໜຸ່ມກອງບັນຊາການ ປກສ ແຂວງ; ແຜນການເຄື່ອນໄຫວສ້າງຂະບວນການຂອງອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ກອງບັນຊາກນ ປກສ ແຂວງ, ມະຕິຕົກ ລົງເລກທີ 112/ຄປພ,ປກສຂ ຂອງຄະນະປະຈຳພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການເຄື່ອນໄຫວສ້າງຂະບວນການອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ-ແມ່ຍິງ.

ແຈ້ງການເລກທີ 231 ຂອງອົງການຈັດຕັ້ງມະຫາຊົນກອງບັນ ຊາການ ປກສ ແຂວງ ເລື່ອງການລະດົມທຶນປະກອບສ່ວນວັດຖຸປັດໃຈຈາກສະມາຊິກຊາວໜຸ່ມ-ແມ່ຍິງ ປກສ ແຂວງ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນຊາວໜຸ່ມແຂວງບໍລິ ຄໍາໄຊ, ແຈ້ງການແນະນໍາເພີ່ມເຕີມເລກ ທີ 047/ຄຊໜ.ຂບຊ; ວ່າດ້ວຍການຈັດ ຕັ້ງປະຕິບັດກົດໝາຍວ່າດ້ວຍ ຄຊປປລ ແລະ ລະບຽບ ຄຊປປລ ສະໄໝທີ VII, ມະຕີິຕົກລົງເລກທີ 126 ຂອງຄະນະປະຈໍາພັກກອງບັນຊາການ ປກສ ແຂວງ; ວ່າດ້ວຍການຕັ້ງກອງອາສາສະໝັກຊາວໜຸ່ມຕະລຸມບອນ ປກສ ແຂວງ ແລະ ເຊື່ອມຊຶມ 17 ຂໍ້ຫ້າມຂອງນາຍ ແລະ ພົນຕໍາຫຼວດ.