ຄະນະພັກຮາກຖານຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ເຜີຍແຜ່ເອກະສານຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ; ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ໃນວັນທີ 6 ຕຸລາ 2020, ເຜີຍແຜ່ໂດຍ ພັທ ສຸລິພົນ ສົມບັດຖາ ວອນ ຄະນະພັກກອງບັນຊາການ ເລຂາ ຄະນະພັກຮາກຖານ ຫົວໜ້າຫ້ອງຕຳ ຫຼວດ, ມີຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.

ການເຜີຍແຜ່ເອກະສານຄັ້ງນີ້, ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ, ເຮັດ ໃຫ້ໜ່ວຍພັກຮູ້ສ້າງແຜນການ, ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາ ຊິກພັກ ແລະ ໜ່ວຍພັກ; ການສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ໜ່ວຍພັກຕ້ອງໄດ້ສະຫຼຸບສະພາບການເຄື່ອນໄຫວຊີ້ນຳ-ນຳພາລວມຂອງໜ່ວຍພັກ ໂດຍສັງເຂບ ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃຫ້ແກ່ການວາງແຜນການຄາດໝາຍສູ້ຊົນຂອງໜ່ວຍພັກ, ທຸກໜ່ວຍພັກຕ້ອງໄດ້ສ້າງແຜນການສູ້ຊົນ ໂດຍອີງໃສ່ສະພາວະຄວາມເປັນຈິງຂອງໜ່ວຍພັກຕົນ; ເປັນເຈົ້າການສະຫຼຸບການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ການສະຫຼຸບຕີລາຄາປະເມີນຜົນຕ້ອງໃຫ້ເລິກເຊິ່ງ, ພາວະວິໄສ, ສ່ອງແສງເຖິງສະ ພາບຄວາມເປັນຈິງຂອງການເຄື່ອນໄຫວຊີ້ນຳ-ນຳພາຂອງໜ່ວຍພັກ ແລະ ສະມາຊິກພັກ; ພ້ອມທັງສ້າງແຜນການສູ້ຊົນຂອງໜ່ວຍພັກຂອງປີຕໍ່ໄປ, ພາຍ ຫຼັງໜ່ວຍພັກ ໄດ້ຮັບຮອງບົດສະຫຼຸບ ການຈັດຕັ້ງປະຕິບັດແຜນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ແລ້ວນຳເອົາບົດສະຫຼຸບດັ່ງກ່າວ ໄປຜ່ານອົງການປົກຄອງແນວລາວສ້າງ ຊາດ ແລະ ອົງການຈັດຕັ້ງມະຫາຊົນ ທີ່ຢູ່ໃນຂອບເຂດການນຳພາຂອງໜ່ວຍ ພັກເພື່ອຄວາມເປັນເອກະພາບໃນລະ ດັບສູງ.

ນອກນັ້ນ, ໃນພິທີຍັງໄດ້ແນະນຳ ໃຫ້ສະມາຊິກພັກແຕ່ລະສະຫາຍຕ້ອງຂຽນບົດສຳຫຼວດຕົນເອງຕາມ 5 ເນື້ອ ໃນຂອງຄຳສັ່ງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, 5 ໜ້າທີ່ ແລະ 9 ຂໍ້ຫ້າມຂອງສະມາ ຊິກພັກທີ່ໄດ້ກຳນົດໄວ້ໃນກົດລະບຽບ ຂອງພັກ ພ້ອມທັງຕີລາຄາຄຸນນະພາບ ແລະ ແບ່ງປະເພດຕົນເອງແລ້ວນຳໄປ ຜ່ານໃນໜ່ວຍພັກ.