ປກສ ເມືອງປະທຸມພອນ ຝຶກອົບຮົມວິຊາສະເພາະໃຫ້ ປກສ ບ້ານ

0
905

ກອງບັນຊາການ ປກສ ເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ເປີດຊຸດຝືກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງ ປກສ ບ້ານ ທົ່ວກຸ່ມVIII ບ້ານສະໝິງ ໃນວັນທີ 5 ຕຸລາ ຜ່ານມາ, ໂດຍມີ ພັທ ບຸນຖອງ ວົງສະກຸນ ຫົວໜ້າກອງບັນຊາການ ປກສ ເມືອງປະທຸມພອນ, ມີບັນດາຕ່າງໜ້າຈາກຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າກຸ່ມ, ປກສ ກຸ່ມ ແລະ ນາຍບ້ານເຂົ້າຮ່ວມ.

ພັທ ບຸນຖອງ ວົງສະກຸນ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບພາລະບົດບາດ, ສິດ, ໜ້າທີ່ຂອງ ປກສ ບ້ານໃນການເຄື່ອນໄຫວວຽກງານວິຊາສະເພາະຢ່າງຖືກຕ້ອງ, ເປັນເອກະພາບ,ສອດຄ່ອງຕາມລະບຽບກົດໝາຍ ແລະ ມີຄວາມເຂັ້ມແຂງທາງດ້ານການຈັດ ຕັ້ງ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບຂອງວຽກງານໃຫ້ດີຂຶ້ນ ເປັນຕົ້ນແມ່ນ ດ້ານວຽກງານວິຊາສະເພາະ, ຍຸດທະວິທີ, ການສືບ ສວນ-ສອບສວນ ເອົາຄໍາໃຫ້ການໃນເບື້ອງຕົ້ນ, ການຂຽນບົດລາຍງານ ແລະ ການນໍາໃຊ້ອາວຸດ.

ໃນຊຸດຝືກອົບຮົມ,ຍັງໄດ້ເຜີຍແຜ່ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງກຳລັງປກສບ້ານ, ຂໍ້ຕົກລົງວ່າດ້ວຍການຈົດທະບຽນປະຫວັດແລະອອກບັດປະຈຳຕົວໃຫ້ພົນລະເມືອງລາວ, ຂໍ້ຕົກລົງວ່າດ້ວຍການສ້າງຄອບຄົວ, ສ້າງບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນຄຸ້ມຄອງອາຊີບພິເສດ-ພາຫະນະພິເສດ, ຂໍ້ຕົກລົງວ່າດ້ວຍການຂຶ້ນທະ ບຽນຄຸ້ມຄອງສຳມະໂນຄົວ ແລະ ຕ່າງດ້າວ, ເອກະສານຄຸ້ມຄອງຄົນຕ່າງປະເທດ ແລະ ຄຸ້ມຄອງສາສະໜາ,ເອກະສານສືບສວນ-ສອບສວນຂັ້ນ ພື້ນຖານ.