ຊາວໜຸ່ມກະຊວງ ປກສ ອວຍພອນ ຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ

0
1433

ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994- 7 ຕຸລາ 2020), ໃນວັນທີ 8 ຕຸລາ 2020 ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ ພ້ອມກະຕ່າຂອງຂວັນ ເຂົ້າອວຍພອນ ທ່ານ ປອ ຕຸດາວັນ ນໍເມືອງເສດ ເລຂາຄະນະບໍລິງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ.

ພັທ ບຸນຈັນ ອິນພົມມາ ກ່າວວ່າ: ວັນຄູແຫ່ງຊາດ, ເປັນວັນສຳຄັນໜຶ່ງທີ່ຄົນລາວ ໃນທົ່ວປະເທດ ໄດ້ລະນຶກເຖິງຄຸນງາມຄວາມດີຂອງຄູໃນຂອບເຂດທົ່ວປະເທດ ພ້ອມຫວນຄືນມູນເຊື້ອຂອງນາຍຄູຄຳ, ຄູຜູ້ທໍາອິດທີ່ມີນໍ້າໃຈເສຍສະຫຼະ ແລະ ເປັນຄູທີ່ອຸທິດຕົນ ເພື່ອການສິດສອນໃນສະໄໝຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ໄດ້ສິດສອນໃຫ້ລູກຫຼານຄົນລາວຮູ້ຈັກຮັກຊາດ. ເນື່ອງໃນໂອກາດ ວັນຄູແຫ່ງຊາດ ປີນີ້, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ຂໍອວຍໃຫ້ຄະນະບໍລິງານຊາວໜຸ່ມ, ພະນັກງານ-ລັດຖະກອນ ສະມາຊິກຊາວໜຸ່ມພາຍໃນ ກະ ຊວງສຶກສາທິການ ແລະ ກິລາ ຈົ່ງມີສຸຂະພາບແຂງແຮງ ມີຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງມອບໃຫ້, ສືບຕໍ່ຮັດແໜ້ນຄວາມສາ ມັກຄີ ຊາວໜຸ່ມແຮກສຽ່ວລະຫວ່າງຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ແລະ ຄະນະບໍລິງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາໃຫ້ມີຄວາມໝັ້ນຄົງ,ເຂັ້ມແຂງຂຶ້ນໄປເລື້ອຍໆ.

ທ່ານ ປອ ຕຸດາວັນ ນໍເມືອງເສດ ເລຂາຄະນະບໍລິງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ເລ ຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ພ້ອມຄະນະທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ. ເຊິ່ງບໍ່ພຽງແຕ່ເປັນການມາອວຍພອນເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມສາມັກຄີ, ເພີ່ມການຮ່ວມມືແລກປຽ່ນບົດຮຽນເຊິ່ງກັນແລະກັນ ໃນດ້ານວຽກງານຕ່າງໆ ລະ ຫວ່າງ ສອງຄະນະບໍລິຫານງານຊາວໜຸ່ມ ໃຫ້ມີຄວາມເຕີບໃຫຍ່ຂຶ້ນກວ່າເກົົ່າ.