ຄະນະນິຕິສາດ ແລະ ລັດຖະສາດ ສະຫຼຸບສົກສຶກສາ 2019-2020

0
1090

ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສະຫຼຸບສົກສຶກສາ 2019-2020 ແລະ ເປີດສົກສຶກສາໃໝ່ 2020-2021 ພ້ອມທັງມອບໃບປະກາສະນີຍະບັດ ໃຫ້ນັກສຶກສາ ປະລິນຍາຕີ ແລະ ປະລິນຍາໂທ ໃນວັນທີ 8 ຕຸລາ 2020,ໂດຍມີ ທ່ານ ສຈ ປອ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຄະນະບໍດີ, ພ້ອມດ້ວຍພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາທີ່ສໍາເລັດການສຶກສາ ເຂົ້າຮ່ວມ.

ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ກ່າວວ່າ: ນັກສຶກສາ ປະລິຍາຕີ ຊຸດທີ XX ສົກສຶກສາ 2019-2020 ຂອງຄະນະນິຕິສາດ ແລະ ລັດຖະສາດ ໄດ້ໃບປະກາສະນີຍະບັດ ຈໍານວນ 424 ຄົນ ຍິງ 204 ຄົນ. ເຊິ່ງມີສາຂາວິຊາກົດໝາຍແພ່ງ 58 ຄົນ ຍິງ 32 ຄົນ, ກົດໝາຍອາຍາ 63 ຄົນ ຍິງ 25 ຄົນ, ການປົກຄອງ 64 ຄົນ ຍິງ 27, ການຕ່າງປະເທດ 75 ຄົນ ຍິງ 44 ຄົນ, ກົດ ໝາຍທຸລະກິດ  64 ຄົນ ຍິງ 32 ຄົນ, ນິຕິສາດລະບົບຕໍ່ເນື່ອງ 21 ຄົນ ຍິງ 12, ກົດໝາຍອາຍາລະບົບຕໍ່ເນື່ອງ 21 ຄົນ ຍິງ 5 ຄົນ, ການປົກຄອງລະບົບຕໍ່ເນື່ອງ 24 ຄົນ ຍິງ12 ຄົນ ແລະ ກົດໝາຍທຸລະກິດລະບົບຕໍ່ເນື່ອງ 34 ຄົນ ຍິງ 15 ຄົນ.ໃນນີ້, ມີນັກສຶກສາໄດ້ຮັບປະກາ ສະນີຍະບັດ ກຽດນິຍົມ ຈໍານວນ 10 ຄົນ ຍິງ 8 ຄົນ,ນັກຄົ້ນຄວ້າລະດັບປະລິຍາໂທ ມີ 33​ຄົນ ຍິງ 7 ຄົນ.ໃນນີ້, ມີສາຂາວິຊານິຕິສາດ 21 ຄົນ ຍິງ 4 ຄົນ, ລັດຖະສາດ 9 ຄົນ ຍິງ 2 ຄົນ ແລະ ທຸລະກິດ 3 ຄົນ ຍິງ1 ຄົນ.ໃນພິທີ, ທ່ານ ສຈ ປອ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ກໍໄດ້ມອບໃບປະກາສະນີຍະບັດໃຫ້ຜູ້ທີ່ສໍາເລັດການສຶກສາຄັ້ງນີ້.

ໂອກາດດັ່ງກ່າວ, ຄະນະນິຕິສາດ ແລະ ລັດຖະສາດ ກໍໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບ ຮອບ 26 ປີ ( 7 ຕຸລາ 1994-7 ຕຸລາ 2020 ) ເຊິ່ງໃນກິດຈະກໍາ ບັນດານັກສຶກສາກໍໄດ້ມີການສະແດງສິລະປະ-ວັນນະຄະດີ ,ໂດຍມີການສະແດງບົດຟ້ອນ, ຮ້ອງເພງ, ອ່ານກາບກອນ ແລະ ມອບຂອງຂວັນໃຫ້ພະນັກງານຄູ-ອາຈານ ເພື່ອເປັນການສະແດງຄວາມກະຕັນຍູ ຮູ້ບຸນຄຸນ ຢ່າງເລິກເຊິ່ງຕໍ່ພະນັກງານຄູ-ອາ ຈານ.