ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວ ນວ ຄັ້ງທີ VIII

0
632

ໃນວັນທີ 8 ຕຸລາ 2020, ຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະ ຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວ ນວ ຄັ້ງທີ VIII ເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ນາງ ສຸມາລີ ທໍາມະວົງ ກໍາມະການສູນກາງຊາວໜຸ່ມ, ເລ ຂາຄະນະບໍລິຫານງານຊາວໜຸ່ມ ນວ, ໂດຍມີ ທ່ານ ໄຊຍະເດດ ທາດາວົງ ກໍາມະການພັກເມືອງ, ຄະນະບໍລິຫານງານຊາວໜຸ່ມ ນວ, ເລຂາຄະ ນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ,ມີຄະນະພັກ, ຄະນະຊາວໜຸ່ມເມືອງ, ພ້ອມດ້ວຍສະມາຊິກຊາວໜຸ່ມ ພາຍໃນເມືອງ ເຂົ້າຮ່ວມ.

ທ່ານ ນາງ ສຸມາລີ ທໍາມະວົງ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນວ ຄັ້ງທີ VIII ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານການເມືອງ ທັງ 2 ພາກ, ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານຊາວໜຸ່ມ ນວ ຊຸດທີ VII, ເປັນເອກະພາບຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການຊີ້ນໍາ-ນໍາພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະຜ່ານມາ ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ນວ ຊຸດທີ VIII ບົນພື້ນຖານຫຼັກການລວມສູນປະຊາທິ ປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້, ເຊິ່ງມີຜູ້ລົງສະໝັກເລືອກຕັ້ງ ຈໍານວນ 41 ສະຫາຍ ຍິງ 8 ສະຫາຍ, ຜົນການປ່ອນບັດເລືອກໄດ້ ຈໍານວນ 37 ສະຫາຍ ຍິງ 8 ສະຫາຍ.

ການເຜີຍແຜ່ຄັ້ງນີ້, ກໍເພື່ອເປັນໂຄສະນາປູກຈິດສໍານຶກໃຫ້ແກ່ຄະນະຊາວໜຸ່ມ ພ້ອມດ້ວຍສະມາຊິກ ໄດ້ເຊື່ອມຊຶມກໍາແໜ້ນຕໍ່ເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຊາວໜຸ່ມ ນວ, ແຜນການພັດທະນາຂອງນະ ຄອນຫຼວງວຽງຈັນໃນໄລຍະໃໝ່ ພ້ອມກັນນໍາເອົາເນື້ອໃນທີ່ສໍາຄັນດັ່ງກ່າວ ໄປໝູນໃຊ້ເຂົ້າໜ້າທີ່ວຽກງານການເມືອງຂອງຕົນ ເຮັດໃຫ້ມີການພັດທະນາ ແລະ ວຽກງານວິຊາສະເພາະໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ເປັນກ້າວໆ.