ວັນທີ 8 ຕຸລາ 2020, ສານຕັດສິນ ທ້າວ ອຸດົມ ຫຼື ກີ້ (ຈຳເລີຍ) ອາຍຸ 26 ປີຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະທຳຜິດຂໍ້ຫາສໍ້ໂກງຊັບພົນລະເມືອງ ດ້ວຍຮູບການປະກາດຂາຍໄກ່ຕີທາງເຟສບຸກ ໂດຍໃຫ້ຜູ້ສັ່ງຊື້ໂອນເງິນມາກ່ອນ ຈຶ່ງສົ່ງໄກ່ຕີໃຫ້ຕາມຫຼັງ ເມື່ອໄດ້ເງິນແລ້ວບໍ່ສົ່ງໄກ່ຕີໃຫ້ຕາມນັດໝາຍ ແລະ ອ້າງວ່າ ໄກ່ເປັນພະຍາດຕາຍແລ້ວ ມີມູນຄ່າເສຍຫາຍ 10 ລ້ານກວ່າກີບ ຖືກສານຕັດສິນຈຳຄຸກ 1 ປີ 6 ເດືອນ ປັບໃໝ 5.000.000 ກີບ ພ້ອມໃຊ້ຊັບທີ່ສໍ້ໂກງມາຄືນໃຫ້ກັບໂຈດທາງແພ່ງໃຫ້ຄົບ.

ພຶດຕິກຳຂອງ ທ້າວ ອຸດົມ ຖືກຈົດບັນທຶກໃນຂັ້ນເຈົ້າໜ້າທີ່ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ແຍກການກະທຳຜິດຢ່າງລະອຽດວ່າ: ເດືອນເມສາ 2019, ທ້າວ ອຸດົມ ໄດ້ໂພດຂາຍໄກ່ຕີ 1 ໂຕ ທາງເຟສບຸກ ນ້ຳໜັກ 3 ກິໂລ 2 ຂີດ ໃນລາຄາ 2.700.000 ກີບ. ຈາກນັ້ນ, ມີທ້າວ ສິນ ຄົນແຂວງອັດຕະປື ໄດ້ຕົກລົງຊື່ໄກ່ຕີດັ່ງກ່າວໃນລາຄາທີ່ ທ້າວ ອຸດົມ ຕັ້ງໄວ້. ມາວັນທີ 22 ເມສາ 2012, ທ້າວ ອຸດົມ ໄດ້ບອກໃຫ້ ທ້າວ ສິນ ໂອນເງິນຄ່າໄກ່ຕີມາກ່ອນ ຈຶ່ງຈະສົ່ງໄກ່ໃຫ້ຕາມ ຫຼັງເມື່ອຮອດມື້ນັດສົ່ງໄກ່ ທ້າວ ອຸດົມ ບໍ່ສົ່ງໄກ່ໃຫ້ກັບ ທ້າວ ສິນ ພ້ອມທັງອ້າງວ່າ ໄກ່ເປັນພະຍາດຕາຍແລ້ວ ເມື່ອທ້າວ ສິນ ຂໍເງິນຄືນ ທ້າວ ອຸດົມ ບໍ່ຍອມສົ່ງຄືນ.

ມາວັນທີ 2 ສິງຫາ 2019, ທ້າວ ອຸດົມ ໄດ້ໂພສຂາຍຕີໄກ່ ຈຳນວນ 2 ໂຕ ນ້ຳໜັກໂຕລະ 2 ກິໂລ 8 ຂີດ ໃນລາຄາ 4.000.000 ກີບ, ຄັ້ງນີ້ ແມ່ນ ທ້າວ ເລີນ ຄົນແຂວງຫຼວງນໍ້າທາ ເປັນຜູ້ຕົກລົງຊື້ເອົາ ເມື່ອມີຄົນຊື້ໄກ່ ທ້າວ ອຸດົມ ກໍໃຊ້ວິທີການແບບເກົ່າກັບ ທ້າວ ເລີນ. ມາວັນ ທີ 5 ສິງຫາ 2019, ທ້າວ ອຸດົມ ໄດ້ປະກາດຂາຍໄກ່ ອີກ 2 ໂຕ ນ້ຳໜັກໂຕລະ 2 ກິໂລ 7 ຂີດ ໃນລາຄາ 5.500.000 ກີບ ຄົນທີ່ຕົກລົງຊື້ ແມ່ນຊື່ ທ້າວ ພູເພັດ ຄົນແຂວງວຽງຈັນ ແລະ ທ້າວ ອຸດົມ ເມື່ອໄດ້ເງິນແລ້ວ ກໍໄດ້ໃຊ້ເລ່ລ່ຽມຄືເກົ່າ. ມາວັນທີ 9 ສິງຫາ 2019, ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ທ້າວ ອຸດົມ ມາດຳເນີນຄະດີ.

ການກະທຳຂອງ ທ້າວ ອຸດົມ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍ ຢັ້ງຢືນວ່າ ເປັນການກະທໍາຜິດໃນສະຖານ: ການສໍ້ໂກງຊັບທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາມາດຕາ 233, ເຊິ່ງແຕະຕ້ອງຕໍ່ກຳມະສິດຂອງຄົນອື່ນ ແລະ ສ້າງຄວາມບໍ່ສະຫງົບ ໃຫ້ແກ່ສັງຄົມ ໂດຍຮູບການໃຊ້ເລລຽມຕົວະຍົວະດ້ວຍວິທີປະກາດຂາຍໄກ່ຕີທາງເຟສບຸກ ເມື່ອມີຄົນຫຼົງເຊື່ອ ທ້າວ ອຸດົມ ຈະໃຫ້ໂອນເງິນມາກ່ອນ ແລ້ວສົ່ງໄກ່ຕີຕາມຫຼັງ ເມື່ອໂຈດທາງແພ່ງໂອນເງິນມາໃຫ້ແລ້ວ ທ້າວ ອຸດົມ ກໍບໍ່ສົ່ງໄກ່ຕີໃຫ້ກັບໂຈດທາງແພ່ງ ແລະ ອ້າງວ່າ ໄກ່ຕີເປັນພະ ຍາດຕາຍແລ້ວ ແລ້ວບໍ່ສົ່ງເງິນຄືນ ແລະ ເປັນການກະທຳເປັນອາຈີນຕາມປະ ມວນກົດໝາຍ ອາຍາ ມາດຕາ 20, ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ໂຈດທາງແພ່ງ.

ທ້າວ ອຸດົມ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ກະສຽນຖານອາຍຸທາງອາຍາດ້ວຍເຫດຜົນ ແລະ ຖານຫຼັກດັ່ງກ່າວຄະນະສານອາຍາ ສານປະຊາຊົ້ນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ເຫັນຄວນລົງໂທດຕັດສິນ ຈຳຄຸກ ທ້າວ ອຸດົມ ຫຼື ກີ້ 1 ປີ 6 ເດືອນ ປັບໃໝ 5.000.000 ກີບ ພ້ອມທັງໃຊ້ແທນເງິນທີ່ສໍ້ໂກງມານັ້ນຄືນໃຫ້ ກັບໂຈດທາງແພ່ງຕາມຈຳນວນ.