ແມ່ຍິງກົມໃຫຍ່ການເມືອງ ປກສ ສະຫຼຸບວຽກງານກວດກາ ປະຈໍາປີ

0
493

ກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2020 ຂອງສະຫະພັນແມ່ຍິງກົມໃຫຍ່ການເມືອງ ກະຊວງ ປກສໄດ້ຈັດຂຶ້ນໃນວັນທີ 8 ຕຸລານີ້,ໂດຍການເປັນປະທານຂອງ ພັອ ນາງຈັນເດືອນ ເທພະວົງ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ປະທານສະຫະພັນແມ່ຍິງກົມໃຫຍ່ ການເມືອງ ປກສ ແລະ ພັທ ນາງ ຈັນຖະໜອມ ວົງຊົມພູ ປະທານກວດກາສະຫະພັນແມ່ຍິງ ກະຊວງ ປກສ, ມີບັນດາປະທານໜ່ວຍແມ່ຍິງ ອ້ອມຂ້າງກົມໃຫຍ່ການ ເມືອງເຂົ້່າຮ່ວມ.

ກອງປະຊຸມໄດ້ສະຫຼຸບຜົນງານໃນໄລຍະ 1 ປີຜ່ານມາວ່າ: ຄະນະສະຫະພັນແມ່ຍິງກົມໃຫຍ່ການເມືອງ ໄດ້ຈັດຕັ້ງຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກ, ມະຕິຄໍາສັ່ງ, ລະບຽບ,ກົດໝາຍ,ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງສະຫະພັນແມ່ຍິງກະຊວງ ແລະ ຄັ້ງທີ VIII ຂອງສະ ຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ, ນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ສາມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ສະແດງອອກໃນການຄັດເລືອກແບ່ງປະເພດ 3 ດີ ປະຈໍາປີ2020 ທາງດ້ານພົນລະເມືອງດີໄດ້ 486 ສະຫາຍ,ພັດທະນາດີ 477 ສະ ຫາຍ, ສ້າງຄອບຄົວດີ 475 ສະຫາຍ, ແມ່ຍິງ 3 ດີປະເພດI ມີ 460 ສະຫາຍ, ປະເພດ II ມີ 28 ສະຫາຍ, ໜ່ວຍ 3 ດີປະເພດ I ມີ 15 ໜ່ວຍ ເທົ່າ 100%, ບຸກຄົນຕົວແບບດ້ານຕ່າງໆ 5 ສະຫາຍ, ຕໍ່ກັບຜົນສຳເລັດດັ່ງກ່າວ ກໍຍ້ອນຄະ ນະນໍາແຕ່ລະຂັ້ນໄດ້ເອົາໃຈໃສ່ ໃນການລົງໃກ້ຊິດຕິດແທດໂດຍກົງ, ອໍານວຍຄວາມສະດວກທຸກດ້ານໃນການລົງເຄື່ອນໄຫວວຽກງານ ແລະ ໃຫ້ການສະ ໜັບສະໜູນຈາກພາກສ່ວນທີ່ກ່ຽວຂ້ອງໄດ້ເປັນຢ່າງດີ. ຈາກນັ້ນ, ໃນກອງປະຊຸມບັນ ດາໜ່ວຍແມ່ຍິງ ອ້ອມຂ້າງກົມໃຫຍ່ ກໍໄດ້ຜັດປ່ຽນກັນຂຶ້ນ ປະກອບຄໍາຄິດ-ຄໍາເຫັນ ພ້ອມທັງສະເໜີບາງຂໍ້ ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ປກສ ມີທິດຊີ້ນໍາໃນການຈັດຕັ້ງປະຕິ ບັດວຽກງານໃຫ້ຜົົນສໍາເລັດ.

ໂອກາດດັ່ງກ່າວ, ພັອ ນາງ ຈັນເດືອນ ເທພະວົງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະສະຫະພັນແມ່ຍິງກົມໃຫຍ່ການ ເມືອງ, ກ່ອນອື່ນໄດ້ຍ້ອງຍໍຊົມເຊີຍ ຕໍ່ກັບຜົນສໍາເລັດທີ່ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະແມ່ຍິງແຕ່ລະໜ່ວຍ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງພາຍໃນໜ່ວຍຂອງຕົນ,ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານທຸກດ້ານ ເພື່ອລາຍງານສະ ພາບການຕ່າງໆ ແລະ ຈັດແບ່ງປະເພດໃຫ້ສະມາຊິກແມ່ຍິງແຕ່ລະຂັ້ນ ໂດຍຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງ 3 ດີ ໃຫ້ເປັນຮູບປະທໍາຢ່າງແທ້ຈິງ.