ລັກລົດຕູ້ ໜີບໍ່ລອດຂີ່ຕໍາລົດ 4 ຄັນ ທີ່ໄຟແດງດົງປ່າແຫຼບ

0
763

ໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກ ປກສ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ໃນວັນທີ 30 ກັນຍາ 2020 ວ່າ: ມີເຫດ ການລັກລົດໃຫຍ່ ແລ້ວພະຍາຍາມຫຼົບໜີ, ແຕ່ລົດເກີດອຸບັດຕິເຫດໄປຕໍາກັບລົດອີກ 4 ຄັນ ຢູ່ໄຟອໍານາດ ( ໄຟແດງ ) ບ້ານດົງປ່າແຫຼບ. ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງສະຖານທີ່ເກີດເຫດ ພົບຜູ້ກໍ່ເຫດ ທີ່ຖືກຈັບ ຊື່: ທ້າວ ລິງ ອາຍຸ 25 ປີ  ຢູ່ບ້ານກະລາງ ເມືອງຈໍາພອນ ແຂວງສະຫວັນນະເຂດ ໄປດໍາເນີນຄະດີ.


ຜ່ານການສອບສວນ ທ້າວ ລິງ ສາລະພາບວ່າ: ຕົນເອງໄດ້ມາເຮັດວຽກເປັນກໍາມະກອນ ໂດຍພັກເຊົາຢູ່ບ່ອນເຮັດວຽກ ທີ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ 4 ມື້ ກໍໄດ້ລາອອກຈາກວຽກ, ມາຮອດວັນທີ 30 ກັນຍາ 2020 ແມ່ນໄດ້ອອກຈາກຫ້ອງເຊົ່າ ແລະ ຍ່າງຕາມແຄມທາງ ເພື່ອຊອກວຽກ ຢູ່ເຂດບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ພໍມາຮອດວັດບ້ານດົງປ່າແຫຼບ ຕົນຈິ່ງໄດ້ເຂົ້າໄປຫຼີ້ນຢູ່ວັດດັ່ງກ່າວ, ຈົນຮອດເວລາປະມານ 21:00 ໂມງຂອງວັນດຽວກັນ ຈຶ່ງໄດ້ຍ່າງເລາະຕາມແຄມທາງ ມາຮອດຮ້ານຂາຍໝາກໄມ້ ຢູ່ບ້ານດົງປ່າແຫຼບ ໄດ້ສັງເກດເຫັນລົດຕູ້ ສີປອນ ເລກທະບຽນ ກສ 2594 ກໍາແພງນະຄອນ ຈອດຢູ່ໜ້າຮ້ານຂາຍໝາກໄມ້ ໂດຍບໍ່ມອດຈັກແຕ່ບໍ່ມີຄົນຢູ່ໃນລົດ, ຈຶ່ງໄດ້ລົງມືລັກເອົາ ແລ້ວພະຍາຍາມຂັບຂີ່ຫຼົບໜີ ມຸ່ງໜ້າໄປເສັ້ນທາງໜອງບົວທອງ ແຕ່ໜີ ບໍ່ລອດ ຍ້ອນເຈົ້າຂອງລົດ ແລະ ພົນລະເມືອງດີຂີ່ລົດໄລ່ນໍາ ເຮັດໃຫ້ຕົນເອງຂັບຂີ່ລົດໄປຕໍາກັບລົດ 4 ຄັນ.ໃນນັ້ນ, ມີລົດໃຫຍ່ 3 ຄັນ ແລະ ລົດຈັກ 1 ຄັນ ທີ່ຈອດລໍຖ້າໄຟອໍານາດຢູ່ໜ້າປໍ້ານໍ້າມັນ ບ້ານດົງປ່າແຫຼບ.

ຫຼັງຈາກນັ້ນ, ປກສ ບ້ານດົງປ່າແຫຼບ ກໍໄດ້ແຈ້ງໃຫ້ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເມືອງຈັນທະບູລີ ນໍາຕົວໄປດໍາເນີນຄະ ດີ.ປັດຈຸບັນຄະດີດັ່ງກ່າວ, ຢູ່ໃນຂັ້ນຕອນສືບສວນ-ສອບສວນສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະການ ເພື່ອສັ່ງຟ້ອງສານຕັດສີນຕາມກົດໝາຍ.

ຮູບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ