ວັນທີ 5 ຕຸລາ 2020, ເກີດເຫດນາງ ຄໍາແດງ ຢູ່ສົ້ນຂົວນໍ້າກໍ 2 ເຂດບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ເສຍຫາຍ 25.000. 000 ກີບ.

ນາງ ດາວລອຍ ຜູ້ເຫັນເຫດການໄດ້ໃຫ້ຮູ້ວ່າ: ໃນຂະນະທີ່ກຳລັງເກັບມ້ຽນເຄື່ອງຂອງຢູ່ບໍລິເວນຮ້ານໄດ້ພົບເຫັນ ໄຟລຸກໄໝ້ຢູ່ຈຸດກະດານໄຟຢູ່ໃນຮ້ານ ແລ້ວເກີດແປວໄຟລຸກໄໝ້ຢ່າງແຮງ. ຈາກນັ້ນ, ຈຶ່ງໄດ້ປະສານງານຫາເຈົ້າໜ້າທີ່ມອດໄຟ ປກສ ແຂວງ, ສົມທົບກັບມວນຊົນທີ່ຢູ່ບໍລິເວນໃກ້ຄຽງຊ່ວຍກັນມອດໄຟ; ແຕ່ໄຟໄດ້ໄໝ້ລາມຢ່າງໄວວາ ເນື່ອງຈາກວ່າຮ້ານເປັນເຮືອນໄມ້ມຸງດ້ວຍສັງກະສີ ແລະ ເຮັດໃຫ້ຕິດໄຟງ່າຍ. ສຳລັບຜົນເສຍຫາຍ ມີຮ້ານ 1 ຫຼັງລວມທັງເຄື່ອງໃຊ້ສອຍຕ່າງໆຢູ່ພາຍໃນຮ້ານ ແລະ ລະບົບໄຟຟ້າຢູ່ໃກ້ຄຽງຖືກເສຍຫາຍຫຼາຍພໍສົມຄວນ ລວມມູນຄ່າປະມານ 25.000.000 ກວ່າກີບ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນເວລາປະມານ 4:00 ໂມງ ຂອງວັນທີ 13 ກັນຍາ 2020, ເກຮໍີດເຫດໄຟໄໝ້ເຮືອນ 2 ຫຼັງ. ໃນນີ້, ມີເຮືອນບູຮານ ອາຍຸປະມານ 100 ປີ ຢູ່ບ້ານປາກຫາງ ເມືອງທຸລະຄົມ ແຂວງວຽງຈັນ. ຈາກນັ້ນ, ໄຟໄໝ້ລາມໄປໃສ່ເຮືອນ 2 ຊັ້ນທີ່ຢູ່ໃກ້ຄຽງກັນ; ເຊິ່ງ
ສ້າງຄວາມເສຍຫາຍ ລົດໄຖນາ 1 ຄັນ, ເຂົ້າເປືອກ 13 ເປົາ ປະເມີນມູນຄ່າຜົນ ເສຍຫາຍໃນເບື້ອງຕົ້ນປະມານ 826.900.000 ກີບ.