ປກສ ເມືອງຈັນທະບູລີ ເຊື່ອມຊຶມ 2 ເອກະສານ ຂອງກົມການເມືອງສູນກາງພັກ

0
1150

ໃນວັນທີ 7 ຕຸລາ ຜ່ານມາ, ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ຈັດພິທີເຊື່ອມຊຶມເອກະສານຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ, ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ແລະ ເອກະສານຄໍາສັ່ງສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງຂອງພັກ, ໃຫ້ກຽດບັນລະຍາຍເອກສານ ໂດຍ ພັທ ຄໍາໝອກ ພົມມະວົງສາ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ, ມີບັນດາຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ໃນພິທີເຜີຍແຜ່ຄັ້ງນີ້, ພັທ ຄໍາໝອກ ພົມມະວົງສາ ໄດ້ຍົກໃຫ້ເຫັນວ່າ: ຄະນະໜ່ວຍພັກ, ສະມາຊິກພັກຕ້ອງໄດ້ຮໍ່າຮຽນ, ເຊື່ອມຊຶມແນວທາງແຜນນະໂຍບາຍ,ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ,ກົດໝາຍ ແລະລະບຽບການຕ່າງໆຂອງລັດຢ່າງທົ່ວເຖິງ ແລະ ຄົບຖ້ວນ, ໜ່ວຍພັກຕ້ອງກຳແໜ້ນສະພາບຄວາມເປັນຈິງຂອງຮາກຖານຕົນ ເພື່ອຫັນແນວທາງ,ແຜນນະໂຍບາຍຂອງພັກ ແລະ ມະຕິຂອງຄະນະພັກຂັ້ນເທິງ ເປັນແຜນ ການຂອງໜ່ວຍພັກໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ ພ້ອມທັງຊີ້ນໍາ-ນໍາພາຈັດຕັ້ງປະຕິບັດຕົວຈິງໃຫ້ມີຜົນສໍາເລັດ ແລ ມີປະສິດທິຜົນສູງ, ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ,ມີຄຸນສົມບັດສິນທໍາປະຕິວັດທີ່ຖືກຕ້ອງ,ມີຄວາມ ຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະຫຼະ, ຮັບໃຊ້ຊາດຮັບໃຊ້ປະຊາຊົນຢ່າງສຸດໃຈສະແດງອອກໃນການເຄື່ອນໄຫວ ແລະ ການ ກະທໍາຕົວຈິງຂອງສະມາຊິກພັກ.

ຄະນະໜ່ວຍພັກສະມາຊິກພັກຕ້ອງມີຄວາມເປັນເອກະພາບສູງ ກັບແນວທາງປ່ຽນແປງໃໝ່ຂອງພັກຈໍາແນກ ໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ເດັດດ່ຽວຕໍ່ສູ້ຕ້ານທຸກກົນອຸບາຍມ້າງເພຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ, 3 ທິດນໍາໃນການກໍ່ ສ້າງ ແລະ ປັບປຸງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກຕ້ອງຢຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ,ນໍາພາ ເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສຽງສວ່ນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິ ບັດຕາມຂັ້ນເທິງ.

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ