10 ເດືອນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງ 7.064 ຄົນ

0
703

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ ໃນວັນທີ 9 ຕຸລາ ຜ່ານມາວ່າ: ຕະຫຼອດໄລຍະ10 ເດືອນ,ນັບແຕ່ວັນທີ 1 ມັງ ກອນ 2020 – 8 ຕຸລາ 2020 ທົ່ວປະເທດ, ມີຜູ້ຕິດເຊື້ອໄຂ້ຍຸງ ກໍລະນີສະສົມ ທັງໝົດ 7.064 ຄົນ, ສະເພາະວັນທີ 8 ຕຸລາ 2020 ພົບຜູ້ຕິດເຊື້ອໄຂ້ຍຸງ 33 ກໍລະນີ, ສ່ວນແຂວງ ທີ່ມີການລາຍງານຕິດເຊື້ອຫຼາຍກວ່າໝູ່ແມ່ນນະ ຄອນ ຫຼວງວຽງຈັນ ມີຈຳນວນ 1.622 ຄົນ, ຮອງລົງມາແມ່ນແຂວງບໍລິຄຳໄຊ ມີ 792 ຄົນ, ແຂວງບໍ່ແກ້ວ 694 ຄົນ ແລະ ສະຫວັນນະເຂດ 680 ຄົນ.

ຂະນະດຽວກັນ, ຕົວເລກຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ ກໍມີຈໍານວນ 12 ຄົນ. ໃນນີ້, ຢູ່ນະຄອນຫຼວງວຽງຈັນ 4 ຄົນ, ແຂວງບໍລິຄຳໄຊ 2 ຄົນ, ແຂວງຄຳມ່ວນ 2 ຄົນ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງສະຫວັນນະເຂດ ແລະ ແຂວງຜົ້ງສາລີ ມີແຂວງລະ1 ຄົນ.

ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ຍຸງລາຍ ແມ່ນພາຫະນໍາເຊື້ອໄຂ້ຍຸງລາຍ ແລະ ມັກວາງໄຂ່ໃສ່ໃນບ່ອນທີ່ມີນໍ້າສະອາດ. ສະນັ້ນ, ການທໍາລາຍແຫຼ່ງເພາະພັນຂອງໜອນນ້ຳ ແມ່ນວິທີການຕັດຕ່ອງໂສ້ຂອງຍຸງລາຍທີ່ມີປະສິດ ທິຜົນ. ດ້ວຍເຫດນີ້,ຈຶ່ງຮຽກຮ້ອງມາຍັງປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ໃຫ້ຮ່ວມແຮງຮ່ວມໃຈປະຕິບັດ 5 ປ ຢ່າງເຄັ່ງ ຄັດ ແລະ ປະຕິບັດໃຫ້ເປັນປະຈຳ

ຄື:1. ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; 2. ປ່ຽນນໍ້າໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ;3. ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; 4. ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ ກະປ໋ອງ, ຢາງຕີນລົດເກົ່າ ທີ່ມີນ້ຳຂັງ ແລະ 5. ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ ແລະ ຖ້າມີອາການເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ, ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ.