ກະຊວງການຕ່າງປະເທດ ປາຖະກະຖາມູນເຊື້ອວັນການທູດລາວ ຄົບຮອບ75 ປີ

0
785

ໃນວັນທີ 9 ຕຸລາ 2020,ກະຊວງການຕ່າງປະເທດ ຈັດປາຖະກະຖາມູນເຊື້ອວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020) ໂດຍການປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການສູນ ກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາຄະນະພັກກະຊວງຕ່າງປະເທດ, ຄະນະກົມ, ນັກການທູດອາວຸໂສບໍານານ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມ.


ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນການທູດລາວ (12 ຕຸລາ) ແລະ ຕີລາຄາການເຄື່ອນໄຫວວຽກງານຕ່າງປະເທດ ຕະຫຼອດໄລຍະ 75 ປີຜ່ານມາ, ເຊິ່ງສາມາດເວົ້າໄດ້ວ່າ ການເຄື່ອນໄຫວການທູດ ທີ່ມີຜົນສຳເລັດອັນໃຫຍ່ຫຼວງຂອງພັກ ແລະລັດເຮົາຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳ-ນຳພາທີ່ໃກ້ຊິດໂດຍກົງຮອບດ້ານຂອງກົມການເມືອງ ໃນແຕ່ລະຍຸກ, ແຕ່ລະສະໄໝ ແລະການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ ພ້ອມດ້ວຍຄວາມຮັບຜິດຊອບ, ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ຕຳຫຼວດ ແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດນັກທຸລະກິດ, ພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະເທດ. ພ້ອມນີ້, ຍັງໄດ້ຊີ້ນໍາ ແລະ ໃຫ້ທິດເຍືອງທາງແກ່ພະນັກງານກະຊວງການຕ່າງປະເທດ ໂດຍໄດ້ເນັ້ນວ່າ: ຢາກເປັນນັກການທູດທີ່ດີ ຕ້ອງກໍາໄດ້ທິດສະດີມາກ-ເລນິນ, ຕ້ອງເດັດດ່ຽວໜຽວແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະລັດເຮົາ ກໍຄື ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ ເວົ້າລວມ, ເວົ້າສະເພາະພະນັກງານ ກະຊວງການຕ່າງປະເທດ ຫຼື ນັກການທູດ ຕ້ອງກໍາແໜ້ນແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ເພື່ອປະຕິບັດໜ້າທີ່ການເມືອງ ການທູດຂອງຕົນທີ່ໄດ້ຮັບມອບໝາຍໃຫ້ໄດ້ຢ່າງເຕັມເມັດເຕັມໜ່ວຍ, ເປັນຄົນທີ່ມີນໍ້າໃຈຮັກຊາດ, ຈົງຮັກ ພັກດີຕໍ່ປະເທດຊາດ ແລະຜົນປະໂຫຍດຂອງປະຊາຊົນ, ຮູ້ຈຳແນກມິດ ແລະ ສັດຕູ ໄດ້ຢ່າງຈະແຈ້ງ ແລະ ກ້າປະເຊີນໜ້າກັບສະຖານະການທີ່ຫຍຸ້ງຍາກ ແລະຕ້ອງມີສະຕິຕື່ນຕົວສູງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ກໍຄື ອິດທິກຳລັງປໍລະປັກ ເພື່ອປົກປັກຮັກສາລະບອບການເມືອງຂອງພວກເຮົາໄວ້ໃຫ້ໝັ້ນຄົງ; ນັກການທູດຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງຂວາງ, ມີຄວາມຊໍານິຊໍານານດ້ານການເມືອງ ກໍຄື ການພົວພັນສາກົນ, ມີຄວາມຮູ້ດ້ານເສດຖະກິດ, ກົດໝາຍ, ພາສາຕ່າງປະເທດ, ມີຄວາມຮູ້ດ້ານວັດທະນະທໍາ, ສາສະໜາ, ເຕັກໂນໂລຢີ ແລະ ດ້ານອື່ນໆ.

ປັດຈຸບັນ. ສປປ ລາວ ໄດ້ສ້າງສາຍພົວພັນການທູດກັບ 143 ປະເທດ, ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ ມີສະ ຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ1 ແຫ່ງ ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17 ແຫ່ງ, ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ, ມີດ່ານສາ ກົນ 28 ແຫ່ງ, ມີການພົວພັນກັບພັກການເມືອງຕ່າງໆໃນໂລກເກືອບ 140 ພັກ, ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການກັບ 37 ປະເທດ, ຍົກເວັ້ນວີຊາສອງຝ່າຍ ສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ ແລະ ຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາໃຫ້ກັບ 4 ປະເທດ (ສ ເກົາຫຼີ, ຍີ່ປຸ່ນ, ສະ ຫະພັນທະລັດ ສະວິດ, ລຸກຊໍາບວກ).