ປະກາດແຕ່ງຕັ້ງກໍາລັງ ກອງຮ້ອຍ ປກສ ກຸ່ມບ້ານຫ້ອມ

0
891

ໃນວັນທີ 8 ຕຸລາ ຜ່ານມາ, ໄດ້ມີພິທີປະກາດແຕ່ງຕັ້ງກໍາລັງ ກອງຮ້ອຍ ປກສ ກຸ່ມບ້ານຫ້ອມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ພັທ ແພງດີ ນັນທະວົງ ຫົວໜ້າ ປກສ ກຸ່ມບ້ານຫ້ອມ, ມີ ພັທ ແສງທອງ ເກື້ອບຸນລໍ່າ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ,ພ້ອມດ້ວຍ ທ່ານ ວຽງທອງ ສີບຸນຍະວົງ ຫົວໜ້າຫ້ອງການພາຍໃນ ເມືອງຫາດຊາຍຟອງ ແລະ ກໍາລັງ ປກສ ກຸ່ມ ເຂົ້າຮ່ວມ.

ໃນພິທີ, ພັທ ແພງດີ ນັນທະວົງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 059/ປກສ.ຫຟ, ລົງວັນທີ 27 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງກໍາລັງ ກອງຮ້ອຍ ປກສ ກຸ່ມII ( ບ້ານຫ້ອມ).ໃນນີ້,ແຕ່ງຕັ້ງ ສະຫາຍ ທອງຄູນ ວົງສີແກ້ວ ເປັນຫົວໜ້າ, ສະຫາຍ ແຂກ ບຸດດາລາ ເປັນຮອງ, ສະຫາຍ ບົວຈັນ ວິມາລາວົງ, ສະຫາຍ ຄໍາເກັ່ງ ພົງສາ, ສະຫາຍ ຫວດ ຈັນທະນາກ, ສະຫາຍ ອັ່ງ ພົງສາ ແລະ ສະຫາຍ ຄໍາໄພ ສີຫາລາດ ເປັນຄະນະ.

ໃນພິທີ, ພັທ ແສງທອງ ເກື້ອບຸນລໍ່າ ໄດ້ກ່າວເນັ້ນໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບ ຜິດຊອບ ຕໍ່ໜ້າທີ່ວຽກ ງານຂອງຕົນໃຫ້ສໍາເລັດ ຕາມການມອບໝາຍ ເພື່ອຮັກສາຄວາມສະຫງົບຢູ່ພາຍໃນບ້ານ ກໍຄື ກຸ່ມບ້ານຫ້ອມ ເພື່ອເຮັດໃຫ້ສະພາບປະກົດ ການຫຍໍ້ທໍ້ຕ່າງໆຫຼຸດລົງເທື່ອລະກ້າວ ແນໃສ່ເຮັດໃຫ້ກຸ່ມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນກວ່າເກົ່າ.

ພາບ-ຂ່າວ: ປກສ ນະຄອນຫຼວວຽງຈັນ.