ວສປ ເປີດຊຸດຮຽນ ໃຫ້ນັກສຶກສາ 3 ລະບົບ

0
1373

ໃນວັນທີ 9 ຕຸລາ 2020, ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ເປີດຊຸດຮຽນໃຫ້ນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ 12, ລະດັບປະລິນຍາຕີ ລະບົບກໍ່ສ້າງ ຮຸ່ນທີ 25 ແລະ ລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 18 , ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຫົວ ໜ້າກົມໃຫຍ່ການເມືອງ ປກສ, ມີບັນດາ ຄະນະອໍານວຍການ, ພະນັກງານ, ຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.

ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວສປ ກ່າວວ່າ: ລະບົບປະລິນຍາໂທ ຮຸ່ນທີ 12, ມີນັກສຶກສາ ຈໍານວນ 24 ສະຫາຍ ຍິງ 1 ສະຫາຍ, ໃນນີ້, ຊັ້ນ ພັທ 10 ສະຫາຍ, ພັຕ 9 ສະຫາຍ, ຮອ 4 ສະຫາຍ ຍິງ1 ສະຫາຍ, ຮທ1 ສະຫາຍ, ກໍານົດເວລາສຶກສາຮໍ່າຮຽນ 2 ປີ, ປະ ກອບມີ 4 ພາກຮຽນ, ລວມເວລາຮຽນທັງໝົດ 64 ໜ່ວຍກິດ.ລະບົບປະລິນຍາຕີ ລະບົບກໍ່ສ້າງ ຮຸ່ນທີ 25 ມີນັກສຶກສາ ຈໍານວນ 204 ສະ ຫາຍ ຍິງ 31 ສະຫາຍ, ໃນນີ້, ຊັ້ນ ຮອ 1 ສະຫາຍ, ຮທ 8 ສະຫາຍ, ຮຕ 11 ສະຫາຍ, ວາທີ 41 ສະຫາຍ ຍິງ 4 ສະຫາຍ, ສອ 65 ສະຫາຍ ຍິງ 13 ສະຫາຍ, ສທ 72 ສະຫາຍ ຍິງ 14 ສະຫາຍ, ສຕ 6 ສະຫາຍ, ກໍານົດເວລາການສຶກສາແມ່ນ 4 ປີ, ປະ ກອບມີ 5 ຂະແໜງການຮຽນ ຄື: ຂະແໜງຕ້ານນັກສືບ, ຂະແໜງຕ້ານປະຕິການ, ຂະແໜງສືບສວນ-ສອບສວນ,ຂະແໜງປ້ອງກັນພາຍໃນ ແລະ ຂະແໜງຄຸ້ມຄອງລັດກ່ຽວ ກັບຄວາມສະຫງົບຂອງຊາດ, ລວມມີ 201 ໜ່ວຍກິດ, ປະກອບມີ 8 ພາກຮຽນ, 4 ໝວດວິຊາຄື: ໝວດຄວາມຮູ້ທົ່ວໄປ, ໝວດຄວາມຮູ້ພື້ນຖານ, ໝວດວິຊາສະ ເພາະລົງເລິກຂະແໜງການ ແລະ ໝວດວິຊາເລືອກ.

ລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 18 ມີນັກສຶກສາທັງໝົດ150 ສະຫາຍ ຍິງ 13 ສະຫາຍ, ໃນນີ້, ຊັ້ນ ພັທ 3 ສະຫາຍ ຍິງ 1 ສະຫາຍ, ພັຕ11 ສະຫາຍ, ຮອ 35 ສະຫາຍ ຍິງ 1 ສະຫາຍ, ຮທ 48 ສະຫາຍ ຍິງ 3 ສະຫາຍ, ຮຕ 53 ສະຫາຍ ຍິງ 8 ສະຫາຍ, ປະກອບມີ 5 ຂະ ແໜງການຮຽນ ຄື: ຂະແໜງຕ້ານນັກສືບ, ຂະແໜງຕ້ານປະຕິການ, ຂະແໜງສືບສວນ-ສອບສວນ, ຂະແໜງປ້ອງກັນພາຍໃນ ແລະ ຂະແໜງຄຸ້ມຄອງລັດກ່ຽວກັບຄວາມສະຫງົບຂອງຊາດ, ກໍານົດເວລາຂອງການສຶກສາຮໍ່າຮຽນແມ່ນ 2 ປີ, ມີ 212 ໜ່ວຍກິດ, ປະກອບມີ 4 ພາກ ຮຽນ, 4 ໝວດຄື: ໝວດວິຊາເລືອກ, ໝວດວິຊາຄວາມຮູ້ທົ່ວໄປ, ໝວດວິຊາບັງຄັບ ແລະ ໝວດວິຊາສະເພາະລົງເລິກຂະແໜງການ.

ການເປີດຊຸດຮຽນໃນຄັ້ງນີ້, ແມ່ນປະຕິບັດຕາມແຜນການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ປະຈໍາສົກຮຽນ 2020-2021 ຂອງ ວສປ ເພື່ອຮັບປະກັນໃຫ້ແກ່ການພັດທະນາກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ແມ່ນການກໍ່ສ້າງກໍາລັງໃຫ້ໄປຕາມທິດການປະ ຕິຮູບການສຶກສາແຫ່ງຊາດນັ້ນ, ໃນການຈັດຕັ້ງປະ ຕິບັດໂຄງການຫຼັກສູດທີ່ໄດ້ກໍານົດໄວ້ຂອງການຮຽນ-ການສອນ ຖືເອົານັກສຶກສາເປັນໃຈ ກາງໂດຍຕິດພັນກັບການຫັນເອົາ 3 ລັກສະນະ, 5 ຫຼັກມູນການສຶກສາ ໄປຄຽງຄູ່ກັນນັ້ນ ກໍຖືເອົາກໍາລັງນັກສຶກສາເປັນກໍາລັງແຮສໍາຮອງໃຫ້ແກ່ ກະຊວງ ປກສ ແລະ ເປັນກໍາລັງແຮຊ່ວຍພໍ່-ແມ່ປະຊາຊົນໃນເວລາມີຄວາມຈໍາເປັນ, ຢາກເຮັດໄດ້ແນວນັ້ນມັນຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການວິທະຍາຄານ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາທຸກຄົນຕ້ອງໄດ້ເຊື່ອມຊຶມ ແລະ ເປັນເຈົ້າການຍົກສູງຄວາມຮັບ ຜິດຊອບຂອງຕົນເອງເຮັດສໍາເລັດໜ້າທີ່ການ ເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.