ຊາວໜຸ່ມ 18 ກົມກອງ ອອກແຮງງານ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ

0
863

ໃນວັນທີ 9 ກັນຍາ ຜ່ານມາ, ສະມາຊິກຊາວໜຸ່ມ 18 ກົມກອງອ້ອມຂ້າງກະຊວງ ປກສ ໄດ້ສ້າງຂະບວນການອອກແຮງງານລວມຖາງຫຍ້າ ຢູ່ສະໜາມມ້າ ( ກອງບັນຊາການປ້ອງກັນເຄື່ອນທີ່ເກົ່າ ) ສູນຕ້ອນຮັບກຳລັງໃໝ່ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII, ໂດຍການນໍາພາຂອງ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ມີ ພົຈວ ຄໍາສາຍ ຈັນ ທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍສະມາຊິກຊາວໜຸ່ມ  900 ກວ່າສະຫາຍ ເຂົ້າຮ່ວມ.

ພັທ ສີສົມບັດ ໄຊປັນຍາ ຮອງເລຂາຄະນະບໍລິຫານການຊາວໜຸ່ມກະຊວງ ປກສ ໃຫ້ສໍາພາດວ່າ: ການສ້າງຂະບວນການອອກແຮງງານໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 5 ຂອງອົງຄະນະພັກກະ ຊວງປ້ອງກັນຄວາມສະຫງົບ; ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII, ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ.

ການອອກແຮງງານໃນຄັ້ງນີ້, ແມ່ນເລີ່ມຕົ້ນມາແຕ່ທາງດ້ານໜ້າຂອງກອງບັນຊາການປ້ອງກັນເຄື່ອນທີ່ ໂດຍມີການຖາງປ່າ, ອະນາໄມເກັບມ້ຽນຂີ້ເຫຍື້ອ, ໃຊ້ຈັກຕັດຫຍ້າ ພ້ອມທັງມີການການປັບປຸງໜ້າດິນໃຫ້ມີຄວາມສະອາດ ແລະ ເແລະ ເປັນລະບຽບຮຽບຮ້ອຍ.