ສະຫຼຸບບັ້ນລົງທົດລອງ ວຽກງານກໍ່ສ້າງຮາກຖານການເມືອງ ບ້ານນາຊາຍໃຕ້

0
1061

ໃນວັນທີ 9 ຕຸລາ ຜ່ານມາ. ກອງກໍ່ສ້າງຮາກຖານການເມືອງ ກອງຮ້ອຍ 7 ປະຈໍາເມືອງນາຊາຍທອງ ໄດ້ຈັດກອງປະຊຸມສະຫຼຸບບັ້ນລົງເຮັດທົດລອງວຽກງານກໍ່ສ້າງຮາກຖານການເມືອງ, ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ຄຽງຄູ່ກັບການແກ້ໄຂຂຶ້ນທະບຽນສໍາມະໂນຄົວ ໄປພ້ອມກັບ ການປະເມີນຜົນບ້ານປ້ອງກັນຄວາມສະຫງົບດີຢູ່ ບ້ານນາຊາຍໃຕ້ ນັບແຕ່ວັນທີ 3 ສິງຫາ 2020 ມາ ຮອດປັດຈຸບັນ. ໂດຍມີ ພັທ ບຸນສົງ ມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ, ຮອງຄະນະກອງກໍ່ສ້າງຮາກຖານການເມືອງ ກອງຮ້ອຍ 7 ປະຈໍາເມືອງ. ພ້ອມດ້ວຍ ປກສ ນວ, ປກສ ເມືອງ, ປກສ ກຸ່ມ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ພັທ ພອນໄຊ ຫວ່າງຈັນດາ ຮອງເສນາ ກອງກໍ່ສ້າງຮາກຖານການເມືອງ ກອງຮ້ອຍ 7 ເມືອງນາຊາຍທອງ ກ່າວວ່າ: ການລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້, ໄດ້ນຳເອົາບັນດາເອກະສານແຜນການ ແລະ ນິຕິກຳຕ່າງໆ ມາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ພ້ອງທັງແບ່ງພະນັກງານລົງເກັບກຳຂໍ້ມູນນໍາໜ່ວຍຈຳນວນ 10 ຫຼັງຄາເຮືອນ ແລະ ແຕ່ລະຄອບຄົວ, ໂດຍໄດ້ແບ່ງພະນັກງານອອກເປັນ 11 ຈຸດ. ຜ່ານການລົງເກັບກໍາຂໍ້ມູນນໍາແຕ່ລະໜ່ວຍ-ແຕ່ລະຄອບຄົວ ສາມາດເກັບກຳຂໍ້ມູນໄດ້ ເປັນຕົ້ນແມ່ນວຽກງານສຳມະໂນຄົວໄດ້ຂຶ້ນສໍາມະໂນຄົວແລ້ວ 253 ຄອບຄົວ, ຈໍານວນພົນທັງໝົດ 1.346 ຄົນ ຍິງ 748 ຄົນ, ບໍ່ໄດ້ຂຶ້ນສໍາມະໂນຄົວທັງໝົດ 35 ຄອບຄົວ.

ຈຳນວນພົນ 121 ຄົນຍິງ 62 ຄົນ, ຍົກຍ້າຍມາເປັນຄອບຄົວທັງໝົດ 35 ຄອບຄົວ, ຈຳນວນພົນ 121 ຄົນຍີງ 62 ຄົນ, ຈາກຕ່າງເມືອງ 19 ຄອບຄົວ, ຈໍານວນພົນ 67 ຄົນຍິງ 36 ຄົນ, ຈາກຕ່າງແຂວງ 9 ຄອບຄົວ, ຕ່າງບ້ານຍົກຍ້າຍມາເປັນບຸກຄົນທັງໝົດ 117 ຄົນຍີງ 67 ຄົນ, ຍ້າຍມາຈາກຕ່າງແຂວງມີ 28 ຄົນ ຍິງ 21 ຄົນ, ຍ້າຍມາຈາກຕ່າງເມືອງມີ 12 ຄົນ ຍິງ 2 ຄົນ, ຍ້າຍມາຈາກຕ່າງບ້ານ ມີ 9 ຄົນ ຍິງ 3 ຄົນ, ມາເປັນໄພ້ 15 ຄົນ, ເປັນເຂີຍ 7 ຄົນ, ຕົກຄ້າງເປັນບຸກຄົນ 3 ຄົນຍິງ 1 ຄົນ, ເດັກເກີດໃໝ່ທັງໝົດ 92 ຄົນຍິງ 52 ຄົນ, ປ່ຽນປຶ້ມໃໝ່ໄດ້ 151 ຫົວ ແລະ ປື້ມເສຍແຈ້ງເຮັດໃໝ່ 2 ຫົວ, ໃສ່ນາມສະກູນທັງໝົດ 25 ຊຸດ, ຈໍານວນພົນ 76 ຄົນ ຍິງ 41 ຄົນ ແລະ ໄດ້ແກ້ໄຂຂຶ້ນທະບຽນສໍາມະໂນຄົວໃຫ້ຜູ້ທີ່ມີເງື່ອນໄຂໃນຊຸດນີ້ ທັງໝົດມີ 219 ຄອບຄົວ ມີ 894 ຄົນ ຍິງ448 ຄົນ.

ຜ່ານການປະເມີນບ້ານປ້ອງກັນຄວາມສະຫງົບຄອບຄົວແຂງມີ 271 ຄອບຄົວ, ໄດ້ 94 %, ຄອບຄົວກາງມີ 15 ຄອບຄົວ, ໄດ້ 5,20 %, ຄອບຄົວອ່ອນມີ 2 ຄອບຄົວ, ໄດ້ 0,69 %, ຜົນການຄິດໄລ່ ແລະ ປະເມີນບ້ານນາຊາຍໃຕ້ເປັນບ້ານປ້ອງກັນຄວາມສະຫງົບດີ ຕາມ 5 ມາດ ຖານ ຂອງບ້ານປ້ອງກັນຄວາມສະຫງົບດີ.ໃນພິທີ.ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ688/ປກສ, ລົງວັນທີ 19 ສິງ 2020 ຂອງກອງບັນຊາ ການ ປກສ ເມືອງນາຊາຍທອງ ວ່າດ້ວຍການແຕ່ງຕັ້ງກຳລັງປ້ອງກັນຄວາມສະຫງົບ ບ້ານນາຊາຍໃຕ້.ໃນນີ້,ໄດ້ແຕ່ງຕັ້ງຫົວໜ້າ ແລະ ຮອງ ພ້ອມດ້ວຍສະມາຊິກ ປກສ ບ້ານ ລວມທັງໝົດ 15 ສະຫາຍ ເພື່ອເປັນການປັບປຸງການຈັດ ຕັ້ງໃຫ້ເຂັ້ມແຂງ.