ໂຮງຮຽນ ປກສ ຊັ້ນຕົ້ນເລກII ແຂວງໄຊຍະບູລີ ປາຖະກະຖາວັນຄູແຫ່ງຊາດ

0
983

ໃນວັນທີ 7 ຕຸລາ ຜ່ານມາ,ໂຮງຮຽນ ປກສ ຊັ້ນຕົ້ນເລກ II ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ແລະ ສະເຫຼີມ – ສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ ( 7 ​ຕຸລາ 1994–7 ຕຸລາ 2020 ),ໂດຍມີ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະອໍາ ນວຍການ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ຄໍາແພງ ເພັດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງຄູ ທີ່ໄດ້ມີບົດບາດປະກອບສ່ວນອັນສໍາຄັນ ໃນພາລະກິດຂອງຊາດລາວ ເລີ່ມຈາກການເຄື່ອນໄຫວປະຕິວັດຂອງນາຍຄູຄໍາ ເຊິ່ງເປັນຕົ້ນກໍາເນີດທີ່ພາໃຫ້ມີວັນທີ 7 ຕຸລາ ວັນຄູແຫ່ງຊາດ  ເພື່ອປູກຈິດສໍານຶກໃຫ້ນັກສຶກສາມີຄວາມຊົງຈໍາທີ່ດີ ແລະ ນໍາເອົາບົດຮຽນອັນລໍ້າຄ່າໜູນໃຊ້ໃນຊີິວິດຕົວຈິງເຮັດໃຫ້ວຽກງານການຮຽນ – ການສອນໄດ້ຮັບການພັດທະນາດີຂຶ້ນ ດັ່ງປະຫວັດຂອງນາຍຄູຄໍາໄດ້ບົ່ງບອກ ໃຫ້ຮູ້ຢ່າງຊັດເຈນໃນການກໍາເນີດມີວັນດັ່ງກ່າວ ນາຍຄູຄໍາ ທ່ານເປັນຄົນທໍາອິດທີ່ໄດ້ສໍາເລັດການເຝິກອົບຮົມຄູ ແລະ ໄດ້ເລີ່ມເປັນຄູສອນ ໃນວັນທີ 7 ຕຸລາ ໃນສະພາບການຂອງປະເທດລາວ ພວມຕົກຢູ່ໃນສະພາບການຫວຸ້ນວາຍສັບສົນ, ຕົກຢູ່ແອກຄອບຄອງຂອງພວກຈັກກະພັດຕ່າງດ້າວ.

ນາຍຄູຄໍາເປັນຄູສອນທັງສຶກສາອົບຮົມຄົນລາວໃຫ້ມີນໍ້າໃຈຮັກຊາດ, ທັງເຮັດການຕໍ່ສູ້ໄປພ້ອມ ເພື່ອກອບກູ້ເອົາເອກະລາດມາສູ່ປະເທດລາວ ແຕ່ສຸດທ້າຍນາຍຄູຄໍາ ກໍຖືກຈັກກະພັດຝຣັ່ງຈັບໄດ້ ແລະ ທ່ານກໍ່ໄດ້ເສຍຊີວິດລົງໃນປີ 1949 ແຕ່ຊື່ສຽງ ແລະ ວິລະກໍາອັນລໍ້າເລີດຂອງນາຍ ຄູຄຳ ໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດ. ດັ່ງນັ້ນ, ເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູໃນທົ່ວສັງຄົມຈຶ່ງໄດ້ກໍານົດເອົາວັນເຂົ້າລາດສະການຂອງຄູຄໍາ ຄື ວັນທີ 7 ຕຸລາ 1994 ເປັນວັນຄູແຫ່ງຊາດ ຈົນມາເຖິງວັນນີ້.