ມອບ-ຮັບໂຄງການເຕີມຄວາມຝັນແບ່ງປັນນໍ້າໃຈໃຫ້ນ້ອງນັກຮຽນປະຖົມສົມບູນໂພນສີນວນ

0
1145

ໃນວັນທີ​ 10 ຕຸລາ​​ 2020, ບໍລິສັດ DGB ລາວ ເຊົ່າສິນເຊື່ອຈຳກັດ ຮ່ວມມືກັບກຸ່ມສະຖາບັນການເງິນ DGB ທີ່​ເກົາຫຼີ​ ແລະ​ ສະຖານທູດເກົາຫຼີໃຕ້ ປະຈຳ​ ສປປ ລາວ ​ໄດ້ຈັດພິທີມອບ-ຮັບເດີນໂຮງຮຽນ ແລະ​ ໂຄງການຊ່ວຍເຫຼືອສັງຄົມ ເຕີມຄວາມຝັນແບ່ງປັນນໍ້າໃຈໃຫ້ນ້ອງນັກ ຮຽນ ໂຮງຮຽນປະຖົມສົມບູນ​ໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ, ພ້ອມດ້ວຍ ຜູ້ອຳນວຍການບໍລິສັດ DGB ລາວ ເຊົ່າສິນເຊື່ອ, ມີພາກສ່ວນທີ່ກ່ຽວຂ້ອງ, ​ຄູອາຈານ ​ແລະ​ ນ້ອງນັກຮຽນ ເຂົ້າຮ່ວມ.

ການກິດຈະກຳຄັ້ງນີ້, ກຸ່ມອາສາສະໝັກໄດ້ຮ່ວມກັນຈັດກິດຈະກຳຫຼາຍຢ່າງ ເພື່ອປັບປຸງສະພາບແວດລ້ອມ ການສຶກສາໃນໂຮງຮຽນປະຖົມສົມບູນໂພນສີນວນ ເປັນຕົ້ນແມ່ນ ການປັບພື້ນດິນ, ກໍ່ສ້າງເທພື້ນ-ເດີ່ນໂຮງຮຽນຕັ້ງແຕ່ປະຕູທາງ ເຂົ້າໂຮງຮຽນ ແລະ ຈຸດນ້ຳທີ່ມີນ້ຳຖ້ວມຂັງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນ້ອງນັກຮຽນໃນການເຄື່ອນໄຫວ ກິດຈະກຳຕ່າງໆໃນໂຮງຮຽນ. ນອກນັ້ນ, ຍັງມີການທາສີໂຮງອາຫານ ແລະ ສິ່ງກໍ່ສ້າງຕ່າງໆ, ຕິດຕັ້ງພັດລົມ, ສ້ອມແປງເດີ່ນກິລາ,ອະນາໄມໂຮງຮຽນ, ມອບເຄື່ອງຊ່ວຍເຫຼືອອຸປະກອນການສຶກສາ ແລະ ກິລາ ໃຫ້ແກ່ໂຮງຮຽນ ແລະ ນັກຮຽນ. ພ້ອມທັງ ຫຼີ້ນເກມ ແລະ ກິດຈະກໍາຕ່າງໆ ຮ່ວມກັບນ້ອງໆໃນໂຮງຮຽນອີກດ້ວຍ.

ນອກຈາກນີ້, ໃນສົກປີ 2016, 2017, 2018 ທີ່ຜ່ານມາ ກໍໄດ້ສ້າງຫ້ອງຄອມພິວເຕີ, ສ້າງຫ້ອງອ່ານ, ໂຕະຕັ້ງ ແລະ ມອບຊຸດຄອມພິວເຕີ ລວມທັງອຸປະກອນການສຶກສາ ແລະ ກິລາ, ທາສີໂຮງຮຽນ ແລະ ໃສ່ແອຈຳນວນ 3ເຄື່ອງ ແລະ ໃນປີ 2019-2020 ໄດ້ສ້າງເດີ່ນກິລາ, ປ້າຍ ໂຮງຮຽນ, ກະດານຂ່າວ, ທາສີອາຄານຮຽນ, ສ້ອມ ແປງເພດ້ານ ພ້ອມພັດລົມ, ດອກໄຟຫ້ອງຮຽນ, ສ້ອມແປງຕາໜ່າງເດີ່ນບານ ແລະ ເທພື້ນທາງເຂົ້າໂຮງຮຽນ.

ໃນໂອກາດນີ້, ທ່ານ ນາງ ພະນົມວງຽງ ນ້ອຍຜິວພັນ ຜູ້ອຳນວຍການໂຮງຮຽນປະຖົມໂພນສີນວນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ກຸ່ມສະ ຖາບັນການເງິນ DGB ລາວ ເຊົ່າສິນເຊື່ອ ພ້ອມຄະນະທີ່ໄດ້ໃຫ້ການອຸ້ມຊູຊ່ວຍເຫຼືອໂຮງຮຽນຕະຫຼອດມາ, ພ້ອມທັງສິ່ງຕ່າງດັ່ງກ່າວນັ້ນ ເປັນສິ່ງສຳຄັນ ແລະ ເປັນປະໂຫຍດອັນໃຫຍ່ຫຼວງທີ່ສຸດໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນ ເພາະເປັນບາດກ້າວໜຶ່ງ ທີ່ໄດ້ມາເຕີມເຕັມຄວາມຮູ້ທີ່ທັນສະໄໜ. ທັງແທດເໝາະກັບການປະຕິບັດ 3 ຂໍ້ແຂ່ງຂັນ, 3 ລັກສະນະ ແລະ 5 ຫຼັກມູນ ຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.