ກົມສື່ມວນຊົນ ປກສ ຮັບເຄື່ອງຊ່ວຍເຫຼືອມູນຄ່າ 151 ກວ່າລ້ານ

0
758

ໃນວັນທີ 9 ຕຸລາ ຜ່ານມາ, ບໍລິສັດແຊ໋ກ ມາລີມາ ໄດ້ນໍາເອົາກ໋ອງວີດີໂອ ຈໍານວນ 4 ເຄື່ອງ ແລະ ເຂົ້າສານ ຈຳນວນ 10 ເປົາ ລວມມູນຄ່າ 151.700.000 ກີບ ມອບໃຫ້ກົມສື່ມວນຊົນ ປກສ, ກ່າວມອບໂດຍ ທ່ານ ນາງ ຈັນສຸດາ ໄຊຍະພອນ ປະທານສະມາຄົມ  ສາມັກຄີ ເພື່ອຄວາມດີ ຮອງປະທານບໍລິສັດ ແຊ໋ກມາລີມາ, ໃຫ້ກຽດກ່າວຮັບໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍ ຄະນະພັກກົມສື່ມວນຊົນ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ນາງ ຈັນສຸດາ ໄຊຍະພອນ ກ່າວວ່າ: ການນໍາເອົາເຄື່ອງມາມອບໃນຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານສື່ມວນຊົນ ປກສ, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເພື່ອປະກອບສ່ວນເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດ ທິພາບຫຼາຍຂຶ້ນກວ່າເກົ່າ.

ໃນໂອກາດດັ່ງກ່າວ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ມອບໃບກຽດຕິຄຸນ ພ້ອມທັງກ່າວສະແດງຄວາມຂອບ ໃຈມາຍັງບໍລິສັດດັ່ງກ່າວ ທີ່ເປັນເຫັນໄດ້ຄວາມໝາຍ-ຄວາມສໍາຄັນຂອງວຽກງານສື່ມວນຊົນ ປກສ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງດັ່ງກ່າວ ໄປໜູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ.