ປະກາດແຕ່ງຕັ້ງປະທານອົງການກວດສອບ ປະຈຳພາກໃຕ້

0
1442

ພິທີປະກາດການແຕ່ງຕັ້ງປະທານອົງການກວດສອບ ປະຈຳພາກໃຕ້ ໄດ້ຈັດຂຶ້ນເມື່ອຕົ້ນເດືອນຕຸລານີ້, ໂດຍມີ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີຜູ້ຕາງໜ້າຈາກສະພາປະຊາຊົນແຂວງ, ຫ້ອງວ່າການປົກຄອງແຂວງ, ອົງການກວດກາແຂວງ,ພ້ອມດ້ວຍຄະນະຈັດຕັ້ງແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ພະນັກງານອົງການກວດສອບແຫ່ງລັດ ແລະ ພະນັກງານອົງການກວດສອບ ປະຈໍາພາກໃຕ້ເ ຂົ້້າຮ່ວມ.

ທ່ານ ລຳທອນ ບຸດຕະລາດ ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການກວດສອບແຫ່ງລັດ ໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງ ທ່ານ ໄພທູນ ສີພູມມາ ຮອງປະທານອົງການກວດສອບ ປະຈຳພາກໃຕ້ ເປັນປະທານອົງການກວດສອບ ປະຈຳພາກໃຕ້ ສະບັບເລກທີ 123/ຄປຈ, ລົງວັນທີ 25 ກັນຍາ 2020 ແລະ ຜ່ານຂໍ້ຕົກລົງຂອງປະທານອົງການກວດສອບແຫ່ງລັດ ສະບັບເລກທີ 1346/ອກສລ, ລົງວັນທີ 1 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານປະທານອົງການກວດສອບ ປະຈໍາພາກໃຕ້.

ໃນພິທີ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ໂອ້ລົມດ້ານວຽກງານຂອງອົງການຈັດຕັ້ງພັກ, ໂດຍທ່ານ ໄດ້ໃຫ້ເນັ້ນໃຫ້ໜ່ວຍພັກຮາກຖານອົງການກວດສອບ ປະຈໍາພາກໃຕ້ ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ບັນດາສະມາຊິກພັກພະ ນັກງານ ດ້ວຍການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ແລະ ປັບປຸງຄຸນນະພາບຂອງສະມາຊິກພັກ, ພ້ອມທັງປັບປຸງແບບ ແຜນວິທີນຳພາໃຫ້ເປັນໝູ່ຄະນະ, ຕິດຕາມກວດກາ ແລະ ປະເມີນທົບທວນຄືນ ຂອງພະນັກງານ-ລັດ ຖະກອນທີ່ຕົນຮັບຜິດ ຊອບ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານກວດສອບ ດ້ວຍຄວາມຊື່ສັດບໍລິສຸດ ແລະ ມີຈັນຍາບັນ,ຈັນຍາທຳ.

ໃນໂອກາດນີ້, ທ່ານ ປອ ນາງ ວຽງທອງ ສີພັນດອນໄດ້ເນັ້ນໃຫ້ທ່ານປະທານອົງການກວດສອບ ປະຈໍາພາກໃຕ້, ພ້ອມກັບຄະນະປັບປຸງຂອດປະສານງານພາຍໃນໃຫ້ມີຄວາມກົມກຽວ, ແບ່ງຄວາມຮັບຜິດຊອບກັນຢ່າງຈະແຈ້ງ ແລະຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຢ່າງ ຕໍ່ເນື່ອງ, ປັບປຸງຍົກລະ ດັບດ້ານວຽກງານວິຊາສະເພາະກວດສອບໃຫ້ມີຄວາມເຂັ້ມແຂງ, ຫັນເປັນນັກກວດສອບມືອາຊີບ ເທື່ອລະກ້າວ.