8 ແຂວງພາກເໜືອ ສະຫຼຸບວຽກງານຕິດຕາມເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່

0
590

ໃນວັນທີ 8 ຕຸລາ ຜ່ານມາ, ພະແນກສາທາລະນະສຸກ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມການຕິດຕາມວຽກງານເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານ ແລະ ການວາງແຜນຍຸດທະສາດໃນການຄວບຄຸມພະຍາດ, ໂດຍການເປັນປະທານຂອງ ທ່ານ ສົມພອນ ຊາມົງວື ຮອງຫົວໜ້າພະແນກສາທາລະນະສຸກ ແຂວງອຸດົມໄຊ, ມີ ຫົວໜ້າ-ຮອງຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງອຸດົົມໄຊ ພ້ອມດ້ວຍພະນັກ ງານຂະແໜງການທີ່ກ່ຽວຂ້ອງ 8 ແຂວງ ເຂົ້າຮ່ວມ.

ທ່ານ ສົມພອນ ຊາມົງວື ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດຕິດຕໍ່, ການຕິດ ຕາມການເຝົ້າລະວັງ,ລາຍງານ 18 ອາການ ພະຍາດ ເພື່ອປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບການກະກຽມຄວາມພ້ອມ ຕໍ່ເຫດການສຸກ ເສີນທາງດ້ານສາທາລະນະສຸກ ແລະ ໄພພິບັດ ພ້ອມທັງວາງແຜນຍຸດທະສາດໃນຕໍ່ໜ້າຮ່ວມກັນ, ກອງປະຊຸມ ຍັງໄດ້ຮັບຟັງການສະເໜີການ ຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດຕິດຕໍ່ ປະຈໍາ 9 ເດືອນ 202​0 ແລະແຜນ 3ເດືອນ ທ້າຍປີ 2020 ຂອງແຂວງອຸດົມໄຊ. ສະເໜີຜົນການຈັດຕັ້ງປະຕິບັດວຽກງານການຄວບຄຸມພະຍາດຕິດຕໍ່ ໃນປີ 2019 ແລະ 202​0 ຂອງແຂວງຫົວພັນ, ສະເໜີຜົນຄວບຄຸມພະຍາດຕິດຕໍ່ປະຈໍາດ່ານຂອງ ແຂວງຫຼວງນໍ້າທາ, ສະເໜີຜົນການຄວບຄຸມການຕິດເຊື້ອເອດໄອວີ ແລະ ພະຍາດໄຂ້ຍຸງລາຍ ປີ 2019 ແລະ 2020 ຂອງແຂວງໄຊຍະບູລີ, ສະເໜີຜົນການຈັດຕັ້ງປະຕິບັດວຽກງານການຄວບຄຸມພະຍາດ COVID-19 ແຂວງຫຼວງພະບາງ, ສະເໜີຜົນການຈັດຕັ້ງປະຕິບັດວຽກງານປະຈໍາດ່ານ ຂອງແຂວງຊຽງຂວາງ,ສະເໜີຜົນການ ຈັດຕັ້ງປະຕິບັດວຽກງານຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ປີ 2019 ແລະ 2020 ແຂວງບໍ່ແກ້ວ, ສະເໜີຜົນການຈັດຕັ້ງປະຕິບັດວຽກງານການຄວບຄຸມພະຍາດຕິດຕໍ່ຂອງ ປີ 2019 – 2020 ຂອງ ແຂວງຜົ້ງສາລີ, ພ້ອມທັງຮ່ວມກັນສົນທະນາລວມ ກ່ຽວກັບການກະກຽມຄວາມພ້ອມຕໍ່ເຫດການສຸກເສີນ ທາງດ້ານສາທາລະນະສຸກ ແລະ ໄພພິບັດ.

ໂອກາດນີ້, ທ່ານ ສົມພອນ ຊາມົງວື ຮອງຫົວໜ້າພະແນກ ສາທາລະນະສຸກແຂວງອຸດົມໄຊ ໄດ້ເນັ້ນໃຫ້ບັນດາຜູ້ຕາງໜ້າສາທາລະນະສຸກຈາກ 8 ແຂວງພາກເໜືອ ໃຫ້ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງພະຍາດໂຄວິດ 19 ແລະ ພະຍາດຕິດຕໍ່ທາງເພດສຳພັນ ເອດໄອວີ ແລະ ພະຍາດ ໄຂ້ຍຸງລາຍທີ່ຍັງເປັນຄວາມທ້າທາຍໃນວຽກງານສາທາລະນະສຸກໃນບັນດາແຂວງພາກເໜືອ.ດັ່ງນັ້ນ,ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງພ້ອມ ກັນປຶກສາຫາລື ແລະ ວາງແຜນການປີ 2020 ໃຫ້ຮັດກຸມ ແລະ ແທດເໜາະກັບສະພາບຕົວຈິງ.