ຝຶກອົບຮົມວິທະຍາສາດການນໍາພາ-ບັນຊາໃຫ້ນາຍຕໍາຫຼວດປ້ອງກັນສູນກາງ

0
1566

ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ເປີດຝຶກອົບຮົມວິທະຍາສາດການນໍາພາ-ບັນຊາໃຫ້ນາຍຕໍາຫຼວດປ້ອງກັນສູນກາງ ໃນວັນທີ 12 ຕຸລາ 2020, ເປັນປະທານໂດຍ ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນ ຊາ, ພ້ອມດ້ວຍຄະນະຫ້ອງ, ພະແນກ, ກອງຮ້ອຍ, ແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ພູນສີ ແດງຈໍາປາ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານແຜນການຝຶກອົບຮົມຄັ້ງນີ້ວ່າ: ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ນາຍຕໍາຫຼວດອ້ອມຂ້າງກອງບັນຊາການປ້ອງກັນສູນກາງ ກໍາໄດ້ເນື້ອໄນຫຼັກການ, ພື້ນຖານທາງດ້ານທິດສະດີເຂົ້າໃນການເຮັດໜ້າທີ່ຄຸ້ມ ຄອງ-ນໍາພາໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ເປັນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີ ໃຫ້ສົມຄູ່ກັບການປະຕິບັດໜ້າ ທີ່ຕົວຈິງຂອງນາຍຕໍາຫຼວດກອງບັນຊາການປ້ອງກັນສູນກາງ, ເຮັດໃຫ້ພະນັກງານນໍາພາ-ບັນຊາມີແບບແຜນນໍາພາທີ່ຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ມີປະສິດຕິພາບໃນການປະຕິບັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ, ຮັບປະກັນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນສະເພາະໜ້າ ແລະ ຍາວນານ ເຊິ່ງເປັນການກໍ່ສ້າງ ແລະ ພັດທະນາເລົ່າວິຊາສະເພາະໃນກໍາລັງປ້ອງກັນສູນກາງໃຫ້ມີທັດສະນະຖືກຕ້ອງ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສັດຊື່ບໍລິສຸດ, ມີລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີ ແລະ ພາກປະຕິ ບັດຕົວຈິງ ເພື່ອສ້າງນາຍຕໍາຫຼວດໃຫ້ກາຍເປັນຜູ້ສືບທອດປ່ຽນແທນທີ່ຄົບມາດຖານເງື່ອນໄຂທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະທີ່ແນ່ນອນ.

ນັກສໍາມະນາກອນທີ່ເຂົ້າຝຶກອົບຮົມຄັ້ງນີ້ ມີຈໍານວນ 40 ສະຫາຍ ຍິງ 4 ສະຫາຍ ໂດຍໄດ້ນໍານົດເອົາຂັ້ນຫ້ອງ, ຂັ້ນພະແນກ, ກອງຮ້ອຍ, ຫົວ ໜ້າໝູ່, ຮອງໝູ່, ມີໄລຍະເວລາການຝຶກອົບຮົມ 5 ວັນ ( 12-16 ຕຸລາ 2020 ),ນັກສໍາມະນາກອນ ຈະໄດ້ຮູ້ກ່ຽວກັບພາລະບົດບາດຂອງ ກໍາລັງປ້ອງກັນສູນກາງ, ສິດ ແລະ ໜ້າທີ່ຂອງຜູ້ນໍາພາ-ບັນຊາ,ວຽກງານເສນາທິການ, ການຕໍານິແບບສ້າງສັນ ແລະ ການຊີ້ນໍາເພື່ອ ໃຫ້ພະນັກງານນໍາໃຊ້ທ່າແຮງຢ່າງເຕັມສ່ວນ, ພາວະຜູ້ນໍາ ແລະ ການນໍາພາກອງປະຊຸມ, ການບໍລິຫານອົງການ, ວຽກງານກໍ່ສ້າງພະນັກງານ, ວຽກງານກໍ່ສ້າງພັກ, ວິທີການສຶກສາອົບຮົມການເມືອງນໍາພາແນວຄິດ ແລະ ວິທະຍາສາດການນໍາພາ-ບັນຊາໃນກໍາລັງປ້ອງກັນຄວາມສະຫງົບ.