ອົງການປົກຄອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານພັດທະນາເສດຖະກິດ-ສັງຄົມ 9 ເດືອນ ແລະ ກໍານົດວຽກງານຈຸດສຸມ 3 ເດືອນທ້າຍປີ 2020 ໃນວັນທີ 8 ຕຸລາ 2020; ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ເຈົ້າເມືອງ 11 ເມືອງ ແລະ ພະນັກງານວິຊາການຫ້ອງວ່າການແຂວງເຂົ້າຮ່ວມ.

ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າ ແຂວງໄຊຍະບູລີ ໄດ້ຜ່ານຮ່າງບົດລາຍງານ ກ່ຽວກັບການຈັດຕັງປະຕິບັດວຽກງານຮອບດ້ານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງ ໄລຍະ 9 ເດືອນ ແລະ ແຜນວຽກຈຸດສຸມ 3 ເດືອນທ້າຍປີ 2020 ວ່າ: ໃນໄລຍະ 9 ເດືອນຜ່ານມາ, ແຂວງໄຊຍະບູລີ ໄດ້ປະເຊີນກັບລົມພາຍຸພັດ; ການລະບາດຂອງບົ້ງຝູງທໍາລາຍຕົ້ນສາລີ, ພະຍາດປາກເປື່ອຍລົງເລັບ, ພະຍາດເຕົ້າໂຮມເລືອດງົວ, ຄວາຍ, ພະຍາດອະຫິວາໝູອາຟຣິກກາ ທີ່ພວມແພ່ລະບາດຢູ່ 3 ເມືອງເໜືອ ແລະ ການລະບາດຂອງພະຍາດໄຂ້ຍຸງລາຍ; ການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງຄະນະພັກ, ອົງການປົກຄອງຂັ້ນຕ່າງໆ ແມ່ນສາມາດຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແລະ ມີຜົນສໍາເລັດທີ່ເປັນພື້ນຖານ; ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມ ສະຫງົບສຸກ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຄາດວ່າຈະ ບັນລຸ 4,8% ຕາມແຜນດັດແກ້, ລວມຍອດຜະລິດຕະພັນພາຍໃນບັນລຸ 10.706 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 3.031 ໂດລາສະ ຫະລັດ, ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 806 ຕື້ກີບ, ເທົ່າກັບ 72,34% ຂອງແຜນດັດແກ້.

ໃນນີ້, ສາມາດປະຕິບັດໂຄງການລົງ ທຶນຂອງລັດໄດ້ 185 ໂຄງການ, ເທົ່າກັບ 51,10%, ມູນຄ່າ 23,32 ຕື້ກີບ, ເກັບກູ້ຜົນ ຜະລິດເຂົ້ານາແຊງໄດ້ 9.542 ໂຕນ, ປູກ ເຂົ້ານາປີໄດ້ 35.900 ກວ່າເຮັກຕາ, ສາມາດ ເກັບກ່ຽວແລ້ວ 750 ກວ່າເຮັກຕາ, ເທົ່າກັບ 2,1%, ເຂົ້າໄຮ່ເກັບກ່ຽວແລ້ວ 5,1%, ເກັບ ກູ້ພືດລະດູຝົນໄດ້ 5,26%; ຂົງເຂດວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາໄປຄຽງຄູ່ກັບ ເສດຖະກິດ, ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກຂອງ ປະຊາຊົນ ຍັງສືບຕໍ່ດຳ ເນີນໄປດ້ວຍບັນຍາກາດທີ່ດີ, ເຮັດໃຫ້ຄວາມ ແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດ ຄ່ອຍໆຫຍັບເຂົ້າໃກ້ກັນ, ສິ່ງສຳຄັນຊີວິດການເປັນ ຢູ່ຂອງ ປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີ ຂຶ້ນເປັນກ້າວໆ.