ອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ຫວຽດນາມ ອວຍພອນ ຫົວໜ້າກອງບັນຊາການປ້ອງກັນສູນກາງ

0
1511

ອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປລາວ, ນໍາໂດຍ ພົຈວ ຮວາງກວາງ ເຫື່ອງ ພ້ອມດ້ວຍຄະນະໄດ້ເຂົ້າອວຍ ພອນ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ ໃນທ້າຍອາທິດຜ່ານມາ, ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 59 ປີ ທີ່ໃກ້ຈະມາເຖິງນີ້ (11 ພະຈິກ 1961-11 ພະຈິກ 2020).

ພົຈວ ຮວາງກວາງ ເຫື່ອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບລາວ ທີ່ຍາດ ໄດ້ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງຕະຫຼອດ 59 ປີ ຜ່ານມາ; ເຊິ່ງມັນໄດ້ສະແດງເຖິງ ຄວາມເຂັ້ມແຂງ, ຄວາມປີຊາສາມາດ, ເດັດດ່ຽວຂ້ຽວຂາດຂອງ ກໍາລັງປ້ອງກັນສູນກາງລາວ ທີ່ໄດ້ສາມັກຄີກັນໃນການຕໍ່ສູ້ອັນພິລະອາດຫານ,ມີຄວາມເສຍສະຫຼະເລືອດເນື້ອເຫື່ອແຮງ ພ້ອມ ກັນຜ່ານຜ່າຄວາມທຸກຍາກລໍາບາກນັ້ນ ມາຈົນເຖິງທຸກວັນນີ້.

ສະນັ້ນ, ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 59 ປີນີ້ ຂໍອວຍພອນໄຊອັນປະເສີດມາຍັງ ຄະນະພັກ-ຄະນະນໍາ ພ້ອມດ້ວຍພະນັກງານ-ນັກຮົບ ກໍາລັງປ້ອງກັນສູນກາງ ທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສໍາເລັດໄປຕາມລະດັບຄາດໝາຍທີ່ວາງໄວ້.

ໃນໂອກາດນີ້, ພົຈວ ສົມພົງ ຂໍາວິລຸນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ພົຈວ ຮວາງກວາງ ເຫື່ອງ ພ້ອມດ້ວຍຄະນະອົງການຜູ້ຕາງໜ້າ ກະ ຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ໄດ້ເສຍສະຫຼະເວລາອັນມີຄ່າມາອວຍພອນໄຊຄັ້ງນີ້, ພ້ອມທັງອວຍພອນໃຫ້ຄະນະຂອງທ່ານ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນ, ປະສົບຜົນສໍາເລັດໃນທຸກດ້ານ.

ທັ້ງນີ້, ການເຂົ້າອວຍພອນໃນຄັ້ງນີ້ ຖືເປັນການສະແດງເຖິງຄວາມໝາຍຄວາມສໍາຄັນ, ຄວາມສາມັກຄີແບບພິເສດ ທີ່ໄດ້ສ້າງສາຍສໍາພັນກັນມາແຕ່ດົນນານແບບອ້າຍນ້ອງ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ບໍ່ມີວັນຈືດຈາງຕະຫຼອດການ.