ຊຸກຍູ້ກວດກາການລົງກໍ່ສ້າງຮາກຖານການເມືອງ ຢູ່ ປກສ ກຸ່ມ6 ບ້ານດອນຊາ

0
974

ໃນວັນທີ 8 ຕຸລາ ຜ່ານມາ, ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ແລະ ພັທ ອ່ອນຕາ ສະສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຕງ ແຂວງເຊກອງ ພ້ອມດ້ວຍຄະນະ,ໄດ້ລົງຊຸກຍູ້ຕິດຕາມກວດກາພະນັກງານຫັນລົງກໍ່ສ້າງຮາກຖານການເມືອງຢູ່ ປກສ ກຸ່ມ 6 ບ້ານດອນຊາ ເມືອງທ່າແຕງ,ມີເລຂາພັກບ້ານ ແລະ ປະຊາຊົນໃຫ້ການຕ້ອນຮັບ.

ພັຕ ພອນປະດິດ ພີມມະສອນ ຫົວໜ້າ ປກສ ບໍລິການປະຊາຊົນ ກຸ່ມ 6 ບ້ານດອນຊາ ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ໃຫ້ຮູ້ວ່າ: ປກສ ບໍລິ ການປະຊາຊົນກຸ່ມ 6 ຢູ່ບ້ານດອນຊາ ມີ 4 ບ້ານຂຶ້ນກັບ ຄື: ບ້ານທົ່ງຫວາຍ, ບ້ານດອນຊາ,ບ້ານໜອງກັນ, ບ້ານຫ້ວຍດຳໄໝ່ ມີຈຳນວນ ປກສ ບ້ານ 48 ສະຫາຍລວມໃນ4ບ້ານມີພົນລະເມືອງທັງໝົດ 6.190 ຄົນໃນ 4 ບ້ານຍິງ 2.876 ຄົນ,ອາຍຸ 15 ປີຂຶ້ນໄປມີ 3.815 ຄົນຍິງ 1.727 ຄົນ,ມີ 879 ຫຼັງຄາເຮືອນ,ມີ 1.010 ຄອບຄົວໄດ້ຂຶ້ນທະບຽນສຳມະໂນຄົວຖືກຕ້ອງຈຳນວນ 601 ຫຼັງຄາເຮືອນ,ຍັງບໍ່ທັນຂຶ້ນທະບຽນສຳມະໂນຄົວ 414 ຄອບຄົວ,ໂດຍລວມແລ້ວປະຊາຊົນສ່ວນໃຫຍ່ແມ່ນດຳລົງຊີວິດໂດຍພື້ນຖານມີຄວາມເຊື່ອຕໍ່ແນວທາງນະໂຍ ບາຍຂອງພັກ-ລັດເຊື່ອໝັ້ນຕໍ່ການນຳພາຂອງຂັ້ນເທິງ.

ແຕ່ຍັງມີກຸ່ມຄົນຈຳນວນໜຶ່ງ ຍັງບໍ່ທັນກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດລະ ບຽບກົດໝາຍຂາດສະຕິຄວາມເປັນເຈົ້າການ ຍັງຖືເບົາຕໍ່ວຽກງານປ້ອງກັນຄວາມສະຫງົບ ເຊິ່ງພາໃຫ້ມີປະກົດການຫຍໍ້ທໍ້ໃນສັງຄົມເກີດຂຶ້ນເຊັ່ນ:ຂີ້ລັກ-ງັດແງະ,ຫຼິ້ນກິນຟຸມເຟືອຍ, ຄ້າຂາຍສິງເສບຕິດຢູ່ໃນຂັ້ນຮາກຖານທອ້ງຖິ່ນ,ຂັບຂີ່ລົດໄວໃຊ້ສຽງດັງ, ພະນັກງານກໍ່ສ້າງຮາກຖານ ;ໄດ້ປ້ອງກັນເວນຍາມງານບຸນປະເພນີງານສຳຄັນ ແລະກອງປະຊຸມຕ່າງໆໄດ້15 ຄັ້ງ,ຮັບແຈ້ງຄວາມຈາກພໍ່ແມ່ປະຊາຊົນ10 ຄັ້ງ, ເຄື່ອນ ໄຫວເກັບກຳຂໍ້ມູນອາວຸດເສິກ-ອາວຸດລ່າເນື້ອທ້ອນໂຮມໄດ້ 222 ກະບອກ,ປືນອາກາ 1ກະບອກ, ເກັບກຳສະຖິຕິຄົນພັກເຊົ່າຄົນລາວ ແລະ ຄົນຕ່າງປະເທດມີ 10 ຄັ້ງ ຈຳນວນ 15 ຄົນ ຍິງ 7 ຄົນ,ຄົນຫວຽດນາມ 7 ຄົນ ຍິງ 4 ຄົນ,ຈີນ 2 ຄົນ ຍິງ 1 ຄົນ,ລົງເຮັດວຽກຮ່ວມກັບເມືອງຈັບຜູ້ຖືກຫາ 2 ຄັ້ງ, ຄະດີອຸບັດຕິເຫດເກີດຂຶ້ນ 4 ເລື່ອງ,ລົດຈັກຕຳລົດໃຫຍ່ 2 ເລື່ອງ,ລົ້ມເອງ 2 ຄົນ,ເສຍຊີວິດ 1 ຄົນ,ເປົ້າໝາຍຢາເສບຕິດ 7 ຄົນ,ເປົ້າ ໝາຍຂີ້ລັກ-ງັດແງະ 8 ຄົນ.

ໃນໂອກາດນີ້, ພັອ ສົມໄຊ ພູລະຄຳມະນີ ໄດ້ເນັ້ນໃຫ້ພະນັກງານທີ່ກຳລັງກໍ່ສ້າງຮາກຖານ ເອົາໃຈໃສເກັບກຳບັນດາກຸ່ມເປົ້າໝາຍບຸກຄົນບໍ່ດີ, ເກັບກຳສະຖິຕິພົນລະເມືອງ, ຫ່າງຮ້ານ ແລະບໍລິສັດຕ່າງໆ, ການຄ້າຂາຍເຖື່ອນ,ຄ້າຂາຍຢາເສບຕິດ, ການຄຸ້ມຄອງທາດລະເບີດໃນບັນດາຫ່າງຮ້ານຕ່າງໆ,ໃນການຄ້າຂາຍ ແລະການຄຸ້ມຄອງອາວຸດເສິກ,ການລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ໃຫ້ເອົາໃຈໃສ່ສຶກສາອົບຮົມພໍ່ແມ່ປະ ຊາຊົນໃນການຮັກສາປຶ້ມສຳມະໂນຄົວຂອງຕົນເອງໃຫ້ຈົບ ງາມ, ຮັກສາຄວາມສາມັກຄີອ້າຍນ້ອງແຂວງ ກັບອ້າຍນ້ອງເມືອງກັບພໍ່ແມ່ປະຊາ ຊົນໃຫ້ສົມຄຳວ່າ ຕຳຫຼວດປະຊາຊົນຮັບໃຊ້ປະຊາຊົນ ຢ່າງແທ້ຈິງ.