ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາສໍານວນຄະດີໂດຍມີຈໍາເລີຍ ຊື່ ທ້າວ ໝີນ້ອຍ ອາຍຸ 19 ປີ ຢູ່ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ຖືກຂໍ້ຫາການລັກຊັບຕາມປະມວນກົດໝາຍອາຍາ ມາດຕາ 231 ວັກ 3 ຂຶ້ນມາພິຈາລະນາ, ເຊິ່ງໃນນັ້ນ, ຜ່ານການຄົ້ນຄວ້າຫຼັກຖານຢ່າງຖືກຕ້ອງ ຄະນະສານອາຍາ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດຕັດອິດສະລະພາບ 1 ປີ 6 ເດືອນ ແລະ ປັບໃໝ 2.000.000 ກວ່າກີບ.

ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ເເຍກການກະທໍາຜິດຕົວຈິງຂອງຈໍາເລີຍ ຕໍ່ຄະນະສານອາຍາຂັ້ນຕົ້ນ ໃຫ້ຮູ້ວ່າ: ຈໍາເລີຍ ໄດ້ເຄື່ອນໄຫວລັກຊັບພົນລະເມືອງເປັນອາຈີນ ຄື: ໃນເດືອນທັນວາ 2019 ຈໍາເລີຍ ໄດ້ໄປລັກຊັບ 3 ຄັ້ງ ຄື: ຄັ້ງທີ 1: ໄດ້ປີນກໍາແພງເຂົ້າໄປໂຮງຮຽນອະນຸບານໜອງແຕ່ງ ແລ້ວລັກເອົາໂມງແຂວນຝາ 1 ໜ່ວຍ ແລະ ລໍາໂພງ 1 ໜ່ວຍ; ຄັ້ງທີ 2: ໄດ້ເຂົ້າໄປໃນເຮືອນ ຂອງນາງ ແຂກ ບ້ານໜອງແຕ່ງ ແລ້ວລັກເອົາຖ່ານດັງໄຟ 4 ເປົາ ແລະ ເຂົ້າເປືອກໄກ່ນ້ອຍ 1 ເປົາ; ຄັ້ງທີ 3: ໄດ້ໄປລັກເອົາລັງເບຍ 3 ລັງ ຢູ່ຫ້ອງແຖວເຂດບ້ານໜອງແຕ່ງ ແລະ ວັນທີ 3 ມັງກອນ 2020 ໄດ້ເຂົ້າໄປໃນໂຮງຮຽນອະນຸບານໜອງແຕ່ງອີກ ໂດຍການປີນຂຶ້ນເທິງເພດານ ແລ້ວລົງມາຫ້ອງພັກຄູ. ຈາກນັ້ນ, ກໍລັກເອົາຄອມພິວເຕີ້ໂນດບຸກ ພ້ອມດ້ວຍສາຍສາກ 1 ເຄື່ອງ ແລ້ວເອົາໄປຂາຍໃຫ້ ທ້າວ ຫັດສະດີ ບໍ່ຮູ້ທີ່ຢູ່ໄດ້ເງິນ 300.000 ກີບ ພາຍຫຼັງທີ່ໄດ້ເງິນມາແລ້ວກໍເອົາໄປໃຊ້ຈ່າຍຈົນໝົດ.

ທ້າວ ໝີນ້ອຍ ອາຍຸ 19 ປີ ຢູ່ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກໂທດຄະດີລັກຊັບພົນລະເມືອງ

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ: ການກະທໍາຂອງຈໍາເລີຍ ເປັນການກະທໍາທີ່ຜິດທາງອາຍາ ໃນສະຖານໂທສານຸໂທດ ຂໍ້ກ່າວຫາການລັກຊັບ ທີ່ແຕະຕ້ອງເຖິງກໍາມະສິດສ່ວນຕົວຂອງບຸກຄົນອື່ນ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 231 ຢ່າງແທ້ຈິງ.

ຄະນະສານເຫັນວ່າ: ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງດ້ວຍວ່າ ຈໍາເລີຍ ໄດ້ລັກຊັບຂອງໂຈດທາງແພ່ງມາເປັນຂອງຕົນ ໂດຍບໍ່ຖືກ ຕ້ອງ ແລະ ເປັນອາຈີນ, ເຊິ່ງຈໍາເລີຍ ກໍຮູ້ດີວ່າ ການກະທໍາຂອງຕົນນັ້ນເປັນການກະທໍາຜິດກົດໝາຍ ແລະ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງອາຍຸກະສຽນທາງອາຍາແລ້ວ. ສະນັ້ນ, ຄະນະສານ ອາຍາຂັ້ນຕົ້ນ ສານປະຊາຊົນນະຄອນຫຼວງ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ທ້າວ ໝີນ້ອຍ (ຈໍາເລີຍ) ຕາມປະມວນ ກົດໝາຍອາຍາ ມາດຕາ 231 ວັກ 3 ຄື: ຕັດອິດສະລະພາບຈໍາ ເລີຍ ເປັນເວລາ 1 ປີ 6 ເດືອນ ແລະ ປັບໃໝ 2.500.000 ກີບ.

ສ່ວນເຄື່ອງຂອງກາງທີ່ເຈົ້າໜ້າທີ່ໄດ້ເກັບກູ້ຄືນມາມີ: ໂມງແຂວນຝາ 1 ໜ່ວຍ ແລະ ລໍາໂພງ 1 ໜ່ວຍ, ຖ່ານດັງໄຟ 4 ເປົາ ແລະ ເຂົ້າເປືອກໄກ່ນ້ອຍ 1 ເປົາ, ລັງເບຍ 3 ລັງ, ຄອມພິວເຕີໂນດບຸກ ພ້ອມດ້ວຍສາຍສາກ 1 ໜ່ວຍ ແມ່ນໄດ້ມອບຄືນໃຫ້ໂຈດທາງແພ່ງຄືນແລ້ວ ຕາມບົດສະຫຼຸບຄະດີຂອງເຈົ້າໜ້າທີ່ ສະບັບລົງວັນທີ 25 ກຸມພາ 2020 ແລະ ບົດບັນທຶກມອບ-ຮັບເຄື່ອງຂອງກາງ ສະບັບລົງວັນທີ 3 ກຸມພາ 2020; ສໍາລັບທ້າວ ຫັດສະດີ ທີ່ໄດ້ຊື້ເຄື່ອງຂອງກາງນໍາຈໍາເລີຍນັ້ນ ເຈົ້າໜ້າທີ່ໄດ້ທໍາການສຶກສາອົບຮົມແລ້ວ.