ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ສົມທົບກັບກອງຕໍາຫຼວດຈະລາຈອນ ເມືອງເງິນ ແຂວງໄຊຍະບູລີ ລົງໂຄສະນາເຜີຍແຜ່ປູກຈິດສຳນຶກວຽກງານຄວາມປອດໄພທາງຫຼວງ ພາຍໃຕ້ໂຄງການຂົວທາງໄລຍະ 2 ໃນວັນທີ 9 ຕຸລາ 2020 ໃຫ້ນ້ອງນັກຮຽນໂຮງຮຽນປະຖົມສຶກສາ ສົມສະຫວາດ, ເຂົ້າຮ່ວມ ໂດຍ ທ່ານ ສົມເດດ ຄຳພາ ຫົວໜ້າຫ້ອງ ການໂຍທາທິການ ແລະ ຂົນສົ່ງ, ຮອ ຄຳເຝືອນ ສີຫຼຽນທອງ ຮອງຫົວໜ້າ ພະແນກຕຳຫຼວດ ຜູ້ຊີ້ນຳກອງຕຳຫຼວດຈະລາຈອນເມືອງ, ພ້ອມດ້ວຍອົງການຈັດຕັ້ງທີ່ກ່ຽວຂ້ອງ, ຄະນະອຳນວຍການໂຮງຮຽນ, ຄູ-ອາຈານ, ຕະຫຼອດຮອດ ນ້ອງນັກຮຽນ ເຂົ້າຮ່ວມ.

ການເຜີຍແຜ່ໃນຄັ້ງນີ້, ນ້ອງນັກຮຽນ ແລະ ຄູ-ອາຈານຈະໄດ້ຮຽນຮູ້ກ່ຽວກັບ ການນຳໃຊ້ລົດ-ໃຊ້ຖະໜົນ, ຮຽນຮູ້ກ່ຽວກັບກົດລະບຽບຈະລາຈອນທາງບົກ, ປ້າຍສັນຍາລັກຕ່າງໆ ແລະ ຂໍ້ຫ້າມໃນການນໍາໃຊ້ລົດ-ໃຊ້ຖະໜົນ; ພ້ອມທັງສາຍວີດີໂອ ກ່ຽວກັບການເກີດອຸບັດຕິເຫດ ພາຍໃນເມືອງ, ຈຸດທີ່ມີຄວາມສ່ຽງໃນການເກີດອຸບັດຕິເຫດ, ສະພາບການສັນຈອນພາຍໃນເມືອງ, ພ້ອມທັງແນະນຳຄວາມປອດໄພໃຫ້ແກ່ນ້ອງນັກຮຽນໃນການຍ່າງ ຫຼື ຂີ່ລົດຖີບໄປໂຮງຮຽນ ແລະ ເວລາເລີກໂຮງຮຽນ, ແນະນຳວິທີຍ່າງຂ້າມທາງ ແລະ ການຍ່າງຕາມທ້ອງຖະໜົນຫຼວງ.

ທັງນີ້ ກໍເພື່ອເປັນການປູກຈິດສຳນຶກໃຫ້ນ້ອງນັກຮຽນເຫັນໄດ້ຄວາມສຳຄັນໃນການຮັກສາຄວາມປອດໄພບົນທ້ອງຖະໜົນ ເພື່ອຮັບປະກັນຄວາມປອດໄພ ຫຼີກລ່ຽງຈາກການເກີດອຸບັດຕິເຫດທີ່ອາດຈະເກີດຂຶ້ນ. ພ້ອມດຽວກັນນີ້, ຍັງໄດ້ຈັດກິດຈະກຳໃນການຖາມ-ຕອບຄວາມຮູ້ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ເພື່ອໃຫ້ນ້ອງນັກຮຽນແຕ່ລະຄົນນໍາໄປຈັດຕັ້ງປະຕິບັດເຂົ້າໃນຊີີວິດປະຈໍາວັນໃຫ້ມີຄາມປອດໄພໃນການໃຊ້ລົດ-ໃຊ້ຖະໜົນຂອງນ້ອງນັກຮຽນ.