ວິທະຍາຄານສັນຕິບານປະຊາຊົນ ປິດຝຶກອົບຮົມວິຊາຊີບຄູ ຊຸດທີ VI

0
1137

ວິທະຍາຄານສັນຕິບານປະຊາຊົນ(ວສປ) ກະຊວງ ປກສ ໄດ້ປິດຝຶກອົບຮົມວິຊາຊີບຄູ ຊຸດທີ VI ໃຫ້ພະນັກງານ,ຄູ-ອາຈານພາຍໃນ ວສປ ຈໍານວນ 46 ສະຫາຍ ໃນວັນທີ 14 ຕຸລາ 2020,ເປັນປະທານໂດຍ ພັອ ບຸນນ້ອຍ ໄຊຍະພູມ ຮອງຫົວໜ້າອໍານວຍການ ວສປ, ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ,ມີຄະນະພັກ-ຄະນະບັນຊາ,ພ້ອມ ດ້ວຍພະນັກງານ, ຄູ-ອາຈານ, ວິທະຍາກອນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ນາງ ທອງສີ ທະແອ໋ງພົງສັກ ຮອງຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້, ນັກສໍາມະນາກອນ ໄດ້ຮຽນຮູ້ກ່ຽວກັບວິຊາຈິດຕະວະທະຍາ ແລະ ການທົດສອບ,ຈິດຕະວິທະຍາການສຶກສາ,ຈິດຕະວິທະ ຍາພັດທະນາການ, ວັດ ແລະ ປະເມີນຜົນ, ປະສົບ ການວິຊາຊີບຄູ (ທິດສະດີ ແລະ ຝຶກສອນຕົວຈິງ),ວິຊາຄວາມຮູ້ພື້ນຖານກ່ຽວກັບການຄົ້ນຄວ້າວິທະຍາສາດ,ວິຊາແນະນໍານັກສຶກສາຂຽນບົດ, ວິຊາວຽກງານລົງຝຶກຫັດ ແລະ ທັດສະ ນະສຶກສາ ແລະ ວິຊາສໍາເນົາ ແລະ ຄຸ້ມຄອງເອກະສນ.

ການຝຶກອົບຮົມ ໄດ້ເລີ່ມມາແຕ່ວັນທີ 8 ກັນຍາ 2020 ລວມຊົ່ວໂມງຂຶ້ນຫ້ອງ ທັງໝົດ 148 ຊົ່ວໂມງ, ຜ່ານການຝຶກອົບຮົມ ນັກສໍາມະນາກອນ ແຕ່ລະສະຫາຍມີພື້ນຖານໃນການສ້າງແຜນການສອນ,ຈັດການຮຽນ-ການສອນຢ່າງຖືກຕ້ອງຕາມຫຼັກວິຊາຄູ, ກ້າວໄປເຖິງຮູ້ວິທີການ ວັດແລະ ປະເມີນຜົນຂອງນັກສຶກສາຕາມຫຼັກວິຊາຄູ,ເຮັດໃຫ້ນັກສໍາມະນາກອນຮັບຮູ້ຂັ້ນຕອນ,ບາດກ້າວໃນການຄົ້ນຄວ້າວິທະຍາສາດ, ການ ໄປທັດສະນະສຶກສາ, ການຝຶກຫັດ ແລະ ເກັບກໍາຂໍ້ມູນຢູ່ກົມກອງທ້ອງຖິ່ນມາຮັບໃຊ້ໃຫ້ແກ່ການຂຽນບົດຕ່າງໆ,ນັກສໍາມະນາກອນ ເຫັນໄດ້ຄວາມສໍາຄັນໃນການຄຸ້ມຄອງ, ເກັບຮັກສາບົດສອນ ຢູ່ວິທະຍາຄານ ແລະ ກົມກອງວິຊາສະເພາະທີ່ກ່ຽວຂ້ອງ.