ຄະນະພັກ ປກສ ແຂວງອຸດົມໄຊ ເປີດບັ້ນດໍາເນີນຊີວິດການເມືອງ

0
932

ຄະນະພັກກອງບັນຊາການ ປກສ ແຂວງອຸດົມໄຊ ເປີດບັ້ນດໍາເນີນຊີວິດການເມືອງ ຈັດຂຶ້ນໃນວັນທີ 13 ຕຸລາ 2020,ໂດຍການເປັນປະ ທານ ຂອງສະຫາຍ ພັອ ສີວອນ ໄຊຍະວົງ ຄະນະປະຈຳພັກແຂວງ ເລຂາຄະ ນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີສະ ຫາຍ ບຸນຄົງ ຫຼ້າຈຽມພອນ ຮອງເລຂາພັກແຂວງ ຮອງເຈົ້າແຂວງອຸດົມໄຊ, ພ້ອມດ້ວຍຄະນະພັກ ຄະນະກອງບັນຊາການ, ແຂກຖືກເຊີນ ແລະ ຄະນະຮັບ ຜິດຊອບຈາກການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

ສະຫາຍ ພັອ ສີວອນ ໄຊຍະວົງ ລາຍງານວ່າ: ໃນໄລຍະໜຶ່ງປີຜ່ານມາ  ຄະນະພັກໄດ້ເອົາໃຈໃສ່ການສຶກ ສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບຂອງຕົນຢ່າງເປັນປົກກຕິ, ເຮັດໃຫ້ສະມາຊິກພັກ ພະນັກງານສ່ວນຫຼາຍ ມີຄຸນທາດການເມືອງໜັກແໜ້ນ,ຈົ່ງຮັກພັກດີ, ບໍລິສຸດຕໍ່ພັກ-ລັດ,ມີຄວາມເປັນເອກະພາບສູງຕໍ່ການນຳພາຂອງພັກ,ມີຈິດໃຈມານະອົດທົນຜ່ານຜ່າອຸປະສັກແລະ ຄວາມຫຍຸ້ງຍາກ, ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ແລະ ມີຄວາມສາມັກຄີພາຍໃນອັນໜັກແໜ້ນ; ຕິດພັນວຽກງານສ້າງພັກ-ກໍ່ສ້າງພະນັກ ງານຕາມ 5 ຫຼັກການ, 3 ທິດນຳຢ່າງຕໍ່ເນື່ອງ; ສຸມໃສ່ນໍາພາຈັດຕັ້ງປະ ຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມທິດ 4 ດ້ານ ແລະ 5 ເນື້ອໃນທີ່ຄະ ນະຈັດຕັ້ງສູນກາງພັກວາງອອກ ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານນັກຮົບເຄື່ອນໄຫວປະຕິ ບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເປັນຕົ້ນ ແມ່ນແກ້ໄຂບັນຫາສະພາບປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ.

ກອງປະຊຸມ, ກໍໄດ້ມີການປະກອບຄຳຄິດຄຳເຫັນຕໍ່ ບົດສຳຫຼວດການນຳພາລວມ ຂອງຄະນະພັກກອງບັນຊາການ ປະຈຳປີ 2020 ດ້ວຍຫຼາຍເນື້ອໃນຢ່າງກົງໄປກົງມາ ແລະ ຜ່ານບົດສຳຫຼວດຂອງບຸກຄົນໃນຄະນະພັກກອງບັນຊາ ປກສ ແຂວງ.