ໂຮງຮຽນ ປກສ ຊັ້ນຕົ້ນສາລະວັນ ສະຫຼຸບວຽກງານ 6 ເດືອນ

0
887

ໃນອາທິດຜ່ານມາ,ໂຮງຮຽນ ປກສ ຊັ້ນຕົ້ນເລກ6 ແຂວງສາລະວັນ,ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ2020, ເປັນປະທານໂດຍ ພັທ ຄໍາແດງ ສີປະເສີດ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 6, ມີ ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ,​ ພ້ອມດ້ວຍບັນດາຫ້ອງ,ກອງພັນ,ຄ້າຍຄຸມຂັງ-ດັດສ້າງ,ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ພັທ ຄໍາແດງ ສີປະເສີດ ໄດ້ຜ່ານຮ່າງບົດລາຍງານການເຄື່ອນໄຫວວຽກງານໃນໄລຍະ 6 ເດືອນຜ່ານມາວ່າ: ຄະນະອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 6 ໄດ້ສຸມໃສ່ໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ, ຄູ-ອາຈານ ດ້ວຍຫຼາຍຮູບ, ຫຼາຍວິທີຢ່າງເປັນລະບົບຕໍ່ເນື່ອງ ເພື່ອສ້າງໃຫ້ພະ ນັກງານ, ຄູ-ອາຈານມີແນວຄິດການເມືອງໜັກແໜ້ນ, ເອົາໃຈໃສ່ໃນການປັບປຸງຫຼັກສູດການຮຽນ-ການສອນ ໃຫ້ແທດເໝາະກັບວຽກງານວິຊາສະເພາະ, ທັນກັບຍຸກສະໄໝໃໝ່ຢ່າງເລິກເຊິ່ງ, ຖືກຕ້ອງຕາມລະບຽບວິໄນ, 7ລະບອບ, 18 ວຽກ, 3ທາດແທ້ ແລະ 8 ຂໍ້ປະຕິຍານ ທີ່ກໍາລັງປກສໄດ້ມີໄວ້ຕໍ່ປະຊາ ຊົນ,ເຂັ້ມງວດກວດກາ,ຄຸ້ມຄອງ,ຮັກສາທັດສະນະຄຸນສົມບັດ,ການປ້ອງກັນເວນຍາມຄ້າຍ ແລະໂຮງ ຮຽນຂອງຕົນໃຫ້ມີຄວາມສະຫງົບປອດໄພຮອບດ້ານ.

ສໍາລັບທິດທາງ 6 ເດືອນທ້າຍປີນີ້, ຄະນອໍານວຍການ ກໍຄືຄູ-ອາຈານຈະຕັ້ງໜ້າຈັດຕັ້ງປະຕິບັດວຽກງານກໍ່ສ້າງຍົກລະດັບໃຫ້ພະນັກງານ,ເພີ່ມການສອນ-ການຮຽນໃຫ້ເຂັ້ມງວດ, ເຂັ້ມເຂັ້ມແຂງ, ສອນດີ, ຮຽນເກັ່ງ, ມີການກໍານົດຍຸດທະສາດສິລະປະຍຸດ-ຍຸດທະວິທີ,ການຊີ້ນໍາ-ນຳພາ, ມີແບບແຜນວິທີເຮັດວຽກ,ຊອກໃຫ້ເຫັນສິ່ງອໍານວຍ ແລະຂໍ້ຫຍຸ້ງຍາກຂອງອົງການຈັດຕັ້ງ,ບຸກຄົນຄອບຄົວ,ສັງຄົມ,ອອກແຮງແລະ ສຸມໃສ່ວຽກງານສ້າງພະລາທິການກັບທີ່,ວຽກງານປູກຝັງລ້ຽງສັດ,ການກໍານົດໜ້າວຽກພາຫະນະ-ເຕັກ ນິກອຸປະກອນ,ການໝູນໃຊ້ງົບປະມານໃຫ້ຢູ່ໃນກົດເກນຄວາມເປັນຈິງ.