ປກສ ແຂວງອຸດົມໄຊ ສຳເລັດຝຶກອົບວຽກງານພະລາທິການ ໄລຍະສັ້ນ

0
746

ຫ້ອງ​ພະລາທິການ ປກສ ​ແຂວງ​ອຸດົມ​ໄຊ​​ ໄດ້​ສຳ​ເລັດຊຸດ​ຝຶກ​ອົບຮົມ​ໄລຍະ​ສັ້ນ ປະຈຳ​ປີ 2020 ໃນວັນທີ 7 ຕຸລາ ຜ່ານມາ, ໂດຍເປັນປະທານຂອງ ພັທ ຄຳ​ຜາຍ ບຸດ​ຕະພົງ ຫົວໜ້າ​ຫ້ອງ​ພະລາທິການ ປກສ ແຂວງ, ​ມີ ​ພັອ ສີວ​ອນ​​ ໄຊ​ຍະ​ວົງ ຫົວໜ້າ​ກອງ​ບັນຊາ​ການ ປກສ ​ແຂວງ​ອຸດົມ​ໄຊ, ມີ​ຄະນະ​ພັກຄະນະ​ບັນຊາ​, ຄູ​ຝຶກ​ ແລະ ນັກ​ສຳ​ມະ​ນາກ​ອນ ຈາກ​ບັນດາ​ຫ້ອງ, ກອງ​ອ້ອມ​ຂ້າງ ປກສ ແຂວງ ແລະ ປກສ 7 ​ເມືອງ​ເຂົ້າ​ຮ່ວມ​ ທັງ​ໝົດ 60 ກວ່າ​ສະຫາຍ.

​​ການ​ຝຶກ​ອົບຮົມ​ຄັ້ງ​ນີ້, ນັກສຳມະນາກອນ ​ໄດ້​ພ້ອມ​ກັນ​ຝຶກ ​ແລະ ຮຽນ​ຮູ້​ກ່ຽວ​ກັບ​​ເອກະສານ​​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ເກັບ​ລາຍ​ຮັບ​ຂັ້ນ​ກະຊວງ, ຄຳ​ສັ່ງ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະຕິບັດການ​ຈັດ​ເກັບ​ລາຍ​ຮັບ​ຜ່ານ​ປະຕູ​ດຽວ, ເອກະສານ​ທີ​່ຕັ້ງ​ພາລະ​ບົດບາດ​ສິດ​ໜ້າ​ທີ່​ພະ​ແນ​ກຄຸ້ມ​ຄອງ​ການ​ຜະລິດ-​ທຸລະ​ກິດ, ວຽກ​ງານ​ຄຸ້ມ​ຄອງ​ເຕັກນິກ ​ແລະຍຸດ​ໂທຫຼັກການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ ແລະ​ ການນຳ​ໃຊ້​ເຕັກນິກ, ຍຸດ​ໂທ; ​ເອກ​ສານ​ທີ່​ຕັ້ງ​ພາລະ​ບົດບາດສິດ​ໜ້າ​ທີ່, ສະຖິຕິ​ພະ​​ແນ​ກຄຸ້ມ​ຄອງ​ກໍ່ສ້າງ-​ຊັບ​ສິນ; ບົດ​ແນະນຳ​ວິທີ​ການການ​ເກັບ​ລາຍ​ຮັບລວມສູນ​ປະ ຕູ​ດຽວ​ ແລະ ​ພື້ນ​ຖານ​ການ​ອະນຸມັດ​ງົບປະມານ; ລາຍ​ຈ່າຍ​ງົບປະມານ; ບົດ​ສະຫຼຸບ​ລາຍ​ຮັບ​ຈາກ​ຄ່າ​ທຳນຽມ​ ແລ​ະ ລາຍ​ຮັບ​ວິຊາ​ການ; ປຶ້ມ​ບັນ ຊີ ປະຈຳ​ວັນ​ລາຍ​ຮັບ-​ລາຍ​ຈ່າຍ​ ບັນຊີ​ເງິນ​ຝາກ 471;​ ລາຍ​ຈ່າຍ​ບ້ວງ​ເງິນ​ນະ​ໂຍບາຍ ​ແລະ ​ເງິນ​ອຸດ​ໜູນ​ຕ່າງໆ; ບັນຊີ​ປະຈຳ​ວັນ​ ຕິດຕາມ​ບ້ວງ ​ບໍລິ​ຫານ​ປົກກະຕິ, ບັນຊີ​ປະຈຳ​ວັນ​ຕິດຕາມ​ລາຍ​ຈ່າຍ​ບ້ວງ​ເງິນ​ລາຍ​ຈ່າຍ​ອື່ນໆ, ບັນຊີ​ປະຈຳ​ວັນ​ ຕິດຕາມ​ບ້ວງ​ເງິນ​ການ​ລົງທຶນ​ຂອງ​ລັດ, ບັນຊີ​ປະຈຳ​ວັນ ລາຍ​ຮັບ​ຄ່າ​ທຳນຽມ, ຄ່າ​ບໍລິການ​ແລະຄ່າ​ປັບ​ໃໝ່​ຕ່າງໆ, ບັນຊີ​ປະຈຳ​ວັນ​ການ​ຮັບ​ເງິນ​ພົວພັນ​ກັບ​ຄັງ​ເງິນ, ລາຍ​ຈ່າຍ ​ແລະ ລາຍ​ຮັບ​ລໍຖ້າ​ສະ​ສາງ, ບັນຊີີ​ປະຈຳ​ວັນ​ຕິດຕາມ​ລາຍ​ຮັບ-​ລາຍ​ຈ່າຍ​ເງິນ ສົດ, ​ໃບ​ດຸ່ນດ່ຽງກ່ອນ​ການກວດ​ນັບ​ ແລະ ຕາ​ຕະລາງ​ອື່ນໆ​ອີກ​ຈຳນວນ​ໜຶ່ງ; ຜ່ານ​ການ​ປະຕິບັດ​ຕົວ​ຈິງ​ສາມາດ​ຕີ​ລາຄາ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຂອງນັກສຳມະນາກອນ ສະ​ເລ່ຍ 80%.

ຕອນ​ທ້າຍ, ພັ​ອ ສີວ​ອນ ​ໄຊ​ຍະ​ວົງ​​ ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ທີ່​ນັກ​ສຳ​ມະ​ນາກ​ອນ ​ໄດ້​ພ້ອມ​ກັນ​ເອົາ​ໃຈ​ໃສ່​ໃນ​ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ຈົນ​ປະສົບ​ຜົນສຳ​ເລັດ​ດ້ວຍ​ດີ; ພ້ອມທັງ ເນັ້ນ​ໃຫ້​ບັນດານັກສຳມະນາກອນຈົ່ງ​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ ຢ່າງ​ມີ​ຈຸດ​ສຸມ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະເອົາ​ໃຈ​ໃສ່​ການ​ເມືອງ​ນຳພາ​ແນວ​ຄິດ​ ເປັນ​ຕົ້ນ​ແມ່ນ​ວຽກ ​ງານ​ພະລາທິການ​ໃຫ້​ມີ​ຄວາມ​ໂປ່ງ​ໃສ, ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ລາຍ​ຮັບ​ເຂົ້າ​ປະຕູ​ດຽວ​ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ພະລາທິການ​ ມີ​ຄວາມ​ເຂັ້ມ​ແຂງ​ທັງ​ປະລິມານ​ ແລະ ຄຸນ​ນະພາ​ບ ​ເທື່ອ​ລະ​ກ້າວ.