ກອງປະຊຸມເປີດກວ້າງຄົບ ຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ II ສະໄໝທີ 3 ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ; ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະພັກກອງບັນຊາການ, ຄະນະພັກຮາກຖານອ້ອມຂ້າງ, ຄະນະພັກກອງບັນຊາການ ປກສ 7 ຕົວ ເມືອງ, ມີສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ພັທ ອວດ ວົງໄຊ ຄະນະພັກກອງບັນຊາການ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານບົດສະຫຼຸບຜົນສຳເລັດໃນ 3 ເດືອນຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນຫຼາຍວຽກງານເປັນຕົ້ນແມ່ນເອົາໃຈໃສ່ຊີ້ນຳ-ນໍາພາວຽກງານແກ້ໄຂປະ ກົດການຫຍໍ້ທໍ້ທາງສັງຄົມ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍຂຶ້ນເປັນກ້າວໆເປັນເຈົ້າການຕ້ານ ແລະ ສະກັດກັ້ນທຸກປະກົດຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນກໍາລັງຂອງຕົນ; ນໍາພາວຽກປ້ອງກັນພາຍໃນ, ເກັບກຳຂໍ້ມູນຂ່າວ, ການວິເຄາະວິໄຈແຫຼ່ງຂ່າວຕ່າງໆ, ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານວິຊາສະເພາະທີ່ຕົນຮັບຜິດຊອບຢ່າງລະອຽດ ເຊັ່ນ: ວຽກງານພັກ-ວຽກງານພະນັກງານ, ວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ, ວຽກງານຮັກສາຄວາມສະຫງົບທາງດ້ານສັງຄົມ ແລະ ວຽກງານອື່ນໆຕາມສາຍວິຊາສະເພາະ, ມີການຕິດຕາມ, ກວດກາ ແລະ ສະຫຼຸບລາຍງານໃຫ້ແກ່ຄະນະພັກຂັ້ນເທິງ ຕາມສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປົກກະຕິ.

ພ້ອມນີ້, ສະຫາຍ ພັອ ກົງຈັນ ໄຊປັນຍາ ຍັງໄດ້ເຜີຍແຜ່ເອກະ ສານຄໍາສັ່ງຂອງກົມການເມືອງສູນກາງພັກ; ເລກທີ 097/ກມສພ ວ່າດ້ວຍການພັດທະນາພື້ນຖານໂຄງລ່າງ ເພື່ອເຮັດກອງບັນຊາການ ປກສ ແຂວງ ເພື່ອເຮັດໃຫ້ຫ້ອງ, ກອງ, ຄ້າຍຄຸມຂັງ, ໂຮງຮຽນ, ກອງບັນຊາການ ປກສ ເມືອງ ນໍາໄປເຜີຍແຜ່ແລ້ວພ້ອມກັນຈັດຕັ້ງປະຕິບັດ ແລະ ມີແຜນງານພັດທະນາອັນລະອຽດ, ເຮັດໃຫ້ພື້ນຖານໂຄງລ່າງຂອງຕົນຮັບຜິດຊອບນັ້ນມີຄວາມເຂັ້ມແຂງດ້ວຍຕົນເອງ.

ຈາກນັ້ນ, ບັນດາຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ໃສ່ບົດສະຫຼຸບ ແລະ ທິດທາງແຜນການໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລ້ວພ້ອມກັນປະຊາມະຕິຮັບຮອງມະຕິຕົກລົງກອງປະຊຸມໃນ ຄັ້ງນີ້ນໍາໄປຈັດຕັ້ງຜັນຂະຫຍາຍ; ໃນໂອກາດດັ່ງກ່າວຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຜູ້ທີ່ຄົບມາດຖານ ແລະ ມີຜົນງານດີເດັ່ນ, ໃນນີ້ ເລື່ອນຊັ້ນພັນຕີ ຂຶ້ນ ພັນໂທ 10 ສະຫາຍ ຍິງ 1 ສະຫາຍ.

ຕອນທ້າຍ ສະຫາຍ ປອ ກອງ ແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງໄດ້ເນັ້ນໜັກໃຫ້ຄະນະພັກຄະນະບັນຊາ; ຈົ່ງເພີ່ມທະວິວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານຢ່າງເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ປັບປຸງວິທີນໍາພາ-ບັນຊາ, ໃຫ້ເຂົ້າສູ່ລະບົບ ແລະ ທັນສະໄໝ, ຢ່າງມີວິທະຍາສາດ, ເສີມຂະຫຍາຍມູນເຊື່ອທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງ, ມີຄຸນສົມບັດສີນທຳປະຕິວັດໃຫ້ໜັກແໜ້ນ ແລະ ເອົາໃຈໃສ່ຊີ້ນໍາ-ນໍາພາ ການປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.