ສອງອ້າຍ-ນ້ອງ ກໍ່ເຫດລັກລົດກະບະຮຸນໄດ

0
893

ວັນທີ 11 ຕຸລາ ຜ່ານມາ, ໄດ້ມີເຫດການລັກລົດກະບະຮຸນໄດ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ ຢູ່ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ, ພາຍຫຼັງທີ່ເຈົ້າໜ້າທີ່ ປກສ ຕິດຕາມພຽງ1 ວັນ ກໍສາມາດຈັບ ຜູ້ກໍ່ເຫດລັກໄດ້  2 ຄົນ (ອ້າຍ-ນ້ອງ) ພ້ອມເກັບກູ້ຂອງກາງ ໄປດຳເນີນຄະດີ.

ຜູ້ຖືກຫາທັງສອງຊື່: ທ້າວ ປັກທະວີ ອາຍຸ 27 ປີ ແລະ ທ້າວ ອຸໄທ ອາຍຸ 20 ປີ (ອ້າຍ-ນ້ອງ) ທັງ 2 ຄົນ ຢູ່ບ້ານຮ່ອງຄ້າໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜ່ານການສອບສວນເບື້ອງຕົ້ນ, ທ້າວ ອຸໄທ ສາລະພາບວ່າ: ວັນທີ 11 ຕຸລາ 2020, ຕົນເອງ ແລະ ໝູ່ຄົນ 1ໄດ້ໄປລັກເອົາລົດກະບະ ສີຂາວເລກທະ ບຽນ ກທ 6239 ກໍາແພງນະຄອນ ທີ່ຈອດປະໄວ້ຢູ່ເຮືອນ ເຂດບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ. ແລ້ວກໍໄດ້ຂັບຂີ່ລົດໄປຈອດໄວ້ທີ່ບ້ານດົງປ່າແຫຼບ (ດິນຫວ່າງ).ຈາກນັ້ນ, ຕົນເອງກໍໄດ້ກັບໄປບ້ານ ແລ້ວບອກໃຫ້ ທ້າວ ປັກທະວີ ຕິດຕໍ່ຊອກຄົນມາຊື້ລົດຄັນດັ່ງກ່າວ. ມາຮອດວັນທີ 12 ຕຸລາ ຈຶ່ງຖືກເຈົ້າໜ້າທີ່ ປກສ ກັກທັງ 2 ຄົນ, ພ້ອມລົດຄັນທີ່ລັກມາ ໄປດຳເນີນຄະດີ.

ສໍາລັບຂອງກາງຄະດີ, ລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ມອບຄືນໃຫ້ ນາງ ນວນຈັນ  ເຈົ້າຂອງລົດ ໃນວັນທີ 13 ຕຸລາ ທີ່ຜ່ານມາ.

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ.