ຊາຍອາຍຸ 36 ປີ ຢູ່ບ້ານໜອງປັກແຮດ ເມືອງປະທຸມພອນ ແຂວງຈໍາປາສັກ ຂັບຂີ່ລົດຈັກດ້ວຍຄວາມໄວ ຕໍາຂ້າງທ້າຍເບື້ອງຂວາລົດຮຸນໄດ ທີ່ກຳລັງ ລ້ຽວເຂົ້າເຮືອນ ສົ່ງຜົນເຮັດໃຫ້ຫົວລົດຈັກຍຸບເຂົ້າຜູ້ຂັບຟົ້ງກະເດັນອອກຈາກລົດ ກ່ອນຫົວກະທົບພື້ນເສຍຊີວິດຄາທີ່.

ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ອຸບັດຕິເຫດເກີດຂຶ້ນໃນເວລາປະມານ 13:00 ໂມງຂອງວັນທີ 12 ຕຸລາ 2020 ຢູ່ຖະໜົນ 13 ໃຕ້ ເຂດບ້ານຫຼັກ 28 ເມືອງປະທຸມພອນ; ລົດຄັນເກີດເຫດເປັນລົດກະບະຮຸນໄດ ສີຟ້າ ໝາຍເລກ ທະບຽນ ກກ 0501 ຈຳປາສັກ, ຂັບຂີ່ ໂດຍ ທ້າວ ສີສຸກ ອາຍຸ 62 ປີ, ບ້ານນໍ້າໃສທ່າ ເມືອງປະທຸມພອນ ບັນທຸກໄມ້ແປ້ນຈາກທາງແບ່ງ ຫຼັກ 30 ໄປທາງປາກເຊ.

ພໍຮອດຈຸດເກີດເຫດ ໄດ້ລ້ຽວລົດຂ້າມທາງເຂົ້າເຮືອນ ແຕ່ຍັງບໍ່ທັນວິດທາງ; ໃນຂະນະດຽວກັນ, ໄດ້ມີລົດຈັກເວບ 100 ສີຟ້າ ຂັບຂີ່ໂດຍ ທ້າວ ເຄນ ອາຍຸ 36 ປີ ບ້ານໜອງປັກແຮດ ເມືອງປະທຸມ ພອນ ໝາຍເລກທະບຽນ ດພ 7420 ຈຳປາສັກ ມຸ່ງໜ້າມາແຕ່ປາກເຊ ໄປທາງເມືອງໂຂງ ດ້ວຍຄວາມໄວສົມຄວນ ຕຳເຂົ້າທາງຂ້າງທ້າຍເບື້ອງຂວາລົດຮຸນໄດ ເຮັດໃຫ້ຫົວລົດຈັກຍຸບເຂົ້າ, ສ່ວນຜູ້ຂັບຂີ່ຟົ້ງກະເດັນອອກຈາກລົດຈັກ ແລະ ຫົວກະທົບພື້ນທາງກ່ອນເສຍຊີວິດຄາທີ່.