ເມືອງຈັນທະບູລີ ເຜີຍແຜ່ດຳລັດວ່າດ້ວຍການປົກປ້ອງເງິນຝາກ

0
864

ໃນວັນທີ 14 ຕຸລາ 2020, ສຳນັກງານປົກປ້ອງເງິນຝາກທະນາຄານແຫ່ງ ສປປ ລາວ ຮ່ວມກັບອຳນາດການປົກຄອງເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ໄດ້ເຜີຍແຜ່ດຳລັດວ່າດ້ວຍການປົກປ້ອງເງິນຝາກ ໃຫ້ບັນດາອົງການຈັດຕັ້ງລັດ ແລະ ບ້ານ ອ້ອມຂ້າງເມືອງຈັນທະບູລີ, ໂດຍມີ ທ່ານ ນາງ ແສງດາວວີ ວົງຄຳຊາວ ຫົວໜ້າສຳນັກງານປົກປ້ອງເງິນຝາກ,ມີ ຄະນະສຳນັກງານປົກປ້ອງເງິນຝາກ,ຄະນະພະແນກ, ຫົວ ໜ້າອົງການຈັດຕັ້ງລັດ ແລະ ນາຍບ້ານເຂົ້າຮ່ວມ.

ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ກ່າວວ່າ:  ການເຜີຍແຜ່ດຳລັດວ່າດ້ວຍການປົກປ້ອງເງິນຝາກ ເພື່ອໃຫ້ບັນດາທ່ານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານປົກປ້ອງເງິນຝາກ ກໍຄື ພາລະບົດບາດໜ້າທີ່ ຂອງສຳນັກງານປົກປ້ອງເງິນຝາກໃນການເຮັດໜ້າທີ່ປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ, ທັງເປັນພື້ນຖານ ໃຫ້ແກ່ສຳນັກງານປົກປ້ອງເງິນຝາກ ໄດ້ນຳໄປພັດທະນາວຽກງານປົກປ້ອງເງິນຝາກຢູ່ ສປປ ລາວ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.

ໂອກາດນີ້, ທ່ານ ນາງ ແສງດາວວີ ວົງຄໍາຊາວ ໄດ້ມີຄໍາເຫັນວ່າ: ເພື່ອໃຫ້ສັງຄົມຮັບຊາບກັນຢ່າງກວ້າງຂວາງກ່ຽວກັບວຽກງານປົກປ້ອງເງິນຝາກຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານປົກປ້ອງເງິນຝາກ ກໍຄື: ສຳນັກງານປົກ ປ້ອງເງິນຝາກໃນການເຮັດໜ້າທີ່ປົກປ້ອງສິດ ແລະຜົນປະໂຫຍດຂອງຜູ້ຝາກເງິນໃນເວລາທີ່ສະຖາບັນການເງິນໃດໜຶ່ງ ທີ່ເປັນສະມາຊິກຫາກ ຕົກໃນສະພາວະລົ້ມລະລາຍ, ສຳນັກງານປົກປ້ອງເງິນຝາກ ຈະຈ່າຍຄືນເງິນຝາກໃຫ້ແກ່ຜູ້ຝາກເງິນ ທີ່ຝາກເງິນໄວ້ນຳສະມາຊິກຂອງສຳນັກ ງານປົກປ້ອງເງິນຝາກ ໃນວົງເງິນປົກປ້ອງທີ່ກຳນົດໄວ້ຕາມລະບຽບການ.