ຫ້ອງວ່າການກະຊວງປກສ ເຊື່ອມຊຶມເອກສານ

0
1014

ໃນວັນທີ 15 ຕຸລາ 2020, ຫ້ອງວ່າການກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຂອງພັກ, ເປັນປະທານ  ແລະ ເຜີຍແຜ່ໂດຍ ພົຈວ ສົມວັນ ສາຍລ້ອງພາ ຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ, ໜ່ວຍພັກ ແລະ ສະມາ ຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.

ພົຈວ ສົມວັນ ສາຍລ້ອງພາ ກ່າວວ່າ: ເອກະສານທີ່ເຜີຍແຜ່ຄັ້ງນີ້, ປະກອບມີ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ  V ອົງຄະນະພັກກະ ຊວງປ້ອງກັນວາມສະຫງົບ ສະບັບເລກທີ 02/ຄພ.ປກສ, ລົງວັນທີ 9 ຕຸລາ 2020 ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ160/ຄລສພ,ລົງວັນທີ 24 ກັນຍາ 2020 ແລະ ບົດໂອ້ລົມຂອງສະຫາຍເລ ຂາທິການໃຫຍ່ ຄະນະບໍລິຫານພັກປະຊາຊົນປະຕິວັດລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ  V ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ; ທັງໝົດນີ້ ເພື່ອເຮັດໃຫ້ຄະນະພັກ-ຄະນະນໍາຫ້ອງວ່າການ,ຄະນະພັກ-ຄະນະນໍາບັນດາກົມ, ຫ້ອງຕະຫຼອດຮອດສະມາ ຊິກພັກທັງໝົດໃນຫ້ອງວ່າການຮັບຮູ້, ເຂົ້າໃຈ, ກໍາແໜ້ນ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ໂອກາດດັ່ງກ່າວ, ທ່ານຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຮັບຟັງຄັ້ງນີ້ ຈົ່ງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນໜ່ວຍພັກກົມ, ຫ້ອງຂອງຕົນ, ນໍາເອົາໄປຄົ້ນຄວ້າ, ປັບປຸງ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເກີດດອກອອກຜົນຢ່າງເປັນຮູບປະທໍາ ໂດຍສະເພາະແມ່ນ ການນໍາພາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນເທື່ອລະກ້າວ ເພື່ອເຮັດໃຫ້ໜ່ວຍພັກກົມ,ຫ້ອງມີການຫັນປ່ຽນໃໝ່ ແລະ ມີບາດກ້າວຂະຫຍາຍຕົວດີຂຶ້ນກວ່າເກົ່າ.