ວັນທີ 9 ຕຸລາ 2020 ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານລະດົມພົນທະຫານໃໝ່ ປະຈຳປີ 2019 ໂດຍການເຂົ້າຮ່ວມເປັນປະທານຂອງ ພັອ ໄວຍາກອນ ເພັດ ສະລາດ ຫົວໜ້າຫ້ອງເສນາທິການ ກອງບັນຊາການ ທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນ ຊາພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ພັທ ເສິກ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ສະ ບັບເລກທີ 1752/ກສນ ວ່າດ້ວຍການກວດກາຄັດເລືອກທະຫານໃໝ່ ປະຈຳປີ 2020, ຂໍ້ຕົກລົງຂອງທ່ານເຈົ້າແຂວງປະທານ ປກຊ-ປກສ ແຂວງໄຊຍະບູ ລີ ສະບັບເລກທີ 1029/ຈຂຊຍ ວ່າດ້ວຍແຜນແບ່ງປັນຕົວເລກລະດົມພົນໃຫ້ບັນດາເມືອງ.

ຈາກນັ້ນ, ພັທ ໄຊຍະພົນ ດວງເງິນ ຫົວໜ້າພະແນກ ກຳລັງພົນກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວລະດົມພົນ 2019 ແລະ ທິດທາງແຜນການລະດົມພົນ 2020 ໂດຍໄດ້ຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນໃນການລະດົມພົນປີຜ່ານມາ ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ຂຶ້ນປະກອບຄຳເຫັນ ແລະ ເຫັນດີເປັນເອກະພາບບັນດາຂໍ້ຕົກລົງ; ນິຕິກຳຕ່າງໆດ້ວຍຄວມຮັບຜິດຊອບ ສູງຕໍ່ກອງປະຊຸມດັ່ງກ່າວ.

ໂອກາດດຽວກັນນີ້, ພັອ ໄວຍາກອນ ເພັດສະລາດ ໄດ້ໃຫ້ທິດຊີ້ນຳ ແລະ ຮຽກຮ້ອງໃຫ້ຄະນະພັກ -ຄະນະບັນຊາອະນຸກຳມະການລະດົມພົນພະນັກ ງານວິຊາການທີ່ກ່ຽວຂ້ອງເອົາໃຈໃສ່ພ້ອມກັນຈັດຕັ້ງ ປະຕິບັດໃຫ້ຖືກຕ້ອງສອດຄ່ອງ ແລະ ເຂັ້ມງວດຕໍ່ວຽກງານດັ່ງກ່າວ ໂດຍສະເພາະກວດກາທາງດ້ານຄຸນນະພາບ ແລະ ມາດຖານເງື່ອນໄຂໃຫ້ລະອຽດຄົບຖ້ວນ; ພ້ອມທັງເຊື່ອມຊຶມເອກະສານໃຫ້ເຂົ້າເຈົ້າ ຮັບຮູ້ຢ່າງທົ່ວເຖິງຕໍ່ບັນດາ 7 ລະບອບ 18 ວຽກຂອງກອງທັບວາງອອກ ພ້ອມທັງນຳເອົາເນື້ອໃນຈິດໃຈ ກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ບັນລຸໄດ້ ຕາມລະດັບຄາດໝາຍທີ່ວາງໄວ້.