ສືບຕໍ່ຊຸກຍູ້ກວດກາ ສະມາຊິກແມ່ຍິງກົມສື່ສານ ບຸກບືນຫ້າວຫັນຕໍ່ວຽກງານວິຊາສະເພາະ

0
480

ວັນທີ 15 ຕຸລາ 2020, ຄະນະສະຫະພັນແມ່ຍິງກະຊວງ ປກສ ສືບຕໍ່ລົງຊຸກຍູ້, ຕິດຕາມກວດກາສະຫະພັນແມ່ຍິງກົມສື່ສານ ເພື່ອກະຕຸກໃຫ້ສະມາຊິກແມ່ຍິງພາຍໃນກົມ ມີຄວາມບຸກບືນ,ຫ້າວຫັນຕໍ່ວຽກງານທີ່ການຈັດຕັ້ງ ມອບໝາຍໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.

ພັທ ນາງ ຈັນຖະໜອມ ວົງຊົມພູ ຮອງປະທານສະຫະພັນແມ່ຍິງ ກະຊວງ ທັງເປັນປະທານກວດກາ ສະຫະພັນແມ່ຍິງກະຊວງ ປກສ ກ່າວວ່າ: ການລົງມາຕິດຕາມກວດກາໃນຄັ້ງນີ້ ກະຕຸກຊຸກຍູ້ໃຫ້ສະມາຊິກແມ່ຍິງ ທຸກສະຫາຍພາຍໃນກົມມີຄວາມບຸກບືນ, ຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ; ທັງເປັນການສືບຕໍ່ປຸກລະດົມໃຫ້ສະມາຊິກແມ່ຍິງ ທຸກຄົນມີຄວາມບຸກບືນຫ້າວຫັນດຸ ໝັ່ນຂະ ຫຍັນ ພຽນໃນການອອກ ແຮງງານເພື່ອຊອກຫາລາຍຮັບໃຫ້ແກ່ຄອບຄົວ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສາມາດກຸ້ມຕົນເອງ,ໃຊ້ ຈ່າຍປະຢັດມິດທະຍັດ, ບໍ່ສ້າງໜີ້ສິນໃຫ້ແກ່ຕົນເອງ ແລະ ຄອບຄົວ, ສະມາຊິກແມ່ຍິງ ແຕ່ລະໜ່ວຍຕ້ອງໄດ້ສືບຕໍ່ຈັບມືແຂ່ງຂັນກັນໃນການປະຕິບັດຂໍ້ແຂງຂັນວຽກງານ 3 ດີ ຂອງແມ່ຍິງໃຫ້ໄດ້ຕາມຄາດໝາຍ 90 % ຂຶ້ນໄປ, ສ້າງໃຫ້ໄດ້ຄອບຄົວຕົວແບບ ແລະ ບຸກຄົນຕົວແບບດ້ານວິຊາສະເພາະ ແລະ ການສ້າງເສດຖະກິດຄອບຄົວ

ພັທ ນາງ ຄໍາປຸ່ນ ຈູມມະນີ ປະທານສະຫະພັນແມ່ຍິງ ກົມສື່ສານ ລາຍງານວ່າ: ໃນໄລຍະຜ່ານມາ, ສະມາຊິກແມ່ຍິງທຸກສະຫາຍໄດ້ເອົາໃຈໃສ່ບຸກບືນຫ້າວຫັນປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ, ທຸກຂະແໜງມີຜົນສໍາເລັດຕະຫຼອດມາ, ຄະນະສະຫະພັນແມ່ຍິງ ກົມສື່ສານ ຈຶ່ງໄດ້ເອົາໃຈໃສ່ກວດກາ ການເຄື່ອນໄຫວດ້ານການພັດທະນາຂອງເອື້ອຍນ້ອງແມ່ຍິງ ໃນຂົງເຂດວຽກງານວິຊາສະເພາະ ແລະ ຄວາມຮັບຜິດ ຊອບຂອງແຕ່ລະຄົນ ໂດຍຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ເອື້ອຍນ້ອງຢ່າງຕໍ່ເນື່ອງ ໂດຍສະເພາະ ແຕ່ລະໜ່ວຍໄດ້ຕິດຕາມກວດກາສະມາຊິກຂັ້ນຂອງຕົນ ເຫັນໄດ້ຜູ້ທີ່ມີຜົນງານດີເດັ່ນ, ມີຄວາມຫ້າວຫັນນຳສະເໜີຂັ້ນເທິງຍ້ອງຍໍ , ເລື່ອນຊັ້ນ ແລະ ນະໂຍ ບາຍຕ່າງໆຕາມເງື່ອນໄຂຕົວຈິງ, ຕໍ່ກັບຜູ້ທີ່ມີຄວາມບົກຜ່ອງ ກໍໄດ້ຕຳນິກໍ່ສ້າງ ເພື່ອໃຫ້ກາຍເປັນສະມາຊິກ ແມ່ຍິງ 3 ດີ.