ລົດກະບະ ປະທະລົດຈັກຢູ່ເຂດບ້ານສີບຸນເຮືອງ

0
2179

ໃນເວລາປະມານ 14:00 ໂມງຂອງວັນທີ 15 ຕຸລາ 2020, ເກີດອຸບັດຕິເຫດລົດໃຫຍ່ຕໍາລົດຈັກ ຢູ່ຖະໜົນ 13  ເຂດບ້ານສີບຸນເຮືອງ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ພາຫະນະເປ່ເພສົມຄວນ 2 ຄັນ.

ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ  ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ລົດຄັນທີ່ເກີດເຫດ ເປັນລົດກະບະ ສີປອນທອງ ໝາຍເລກທະບຽນ ກຄ 1838 ກໍາແພງນະຄອນ ຂັບຂີ່ໂດຍທ້າວ ອາໂນໄທ ອາຍຸ 28 ປີ ຢູ່ບ້ານໜອງຜື ນະຄອນໄກສອນ ແຂວງສະຫວັນນະເຂດ ໄດ້ຂັບຂີ່ລົດແລ່ນໄປຕາມຖະໜົນ13 ມຸ່ງໜ້າແຕ່ທິດໃຕ້ຫາທິດເໜືອ ພໍແລ່ນລົດມາຮອດເຂດບ້ານສີບຸນເຮືອງ ເມືອງອຸທຸມພອນ ແຂວງສະ ຫວັນນະເຂດ

ຈຶ່ງໄດ້ຕຳກັບລົດຈັກ ທີ່ແລ່ນມາແຕ່ທິດກົງກັນຂ້າມ ເຊິ່ງເປັນລົດຈັກຮອນດາເວບ ສີແດງດຳ ບໍ່ຕິດໝາຍເລກທະບຽນ ຂັບທີ່ໂດຍທ້າວ ບຸນອຸ້ມ ອາຍຸ 52 ປີ ຢູ່ບ້ານໄຊຍະເພັດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່.ອຸບັດຕິເຫດຄັ້ງນີ້ ຜູ້ຂັບຂີ່ທັງສອງຄົນ ແມ່ນບໍ່ມີໃບອະນຸຍາດຂັບຂີ່, ເຊິ່ງເຈົ້າໜ້າທີ່ຈະສອບສວນຢ່າງລະອຽດ ເພື່ອຈະດຳເນີນໄປຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.