ຮອງເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມ ການຜະລິດຂອງຄ້າຍຄຸມຂັງ-ດັດສ້າງ

0
564

ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ພ້ອມດ້ວຍຄະນະໄດ້ລົງກວດກາຊຸກຍູ້ວຽກງານການຜະລິດ, ເພີ່ມພູມຜະລິດຜົນສ້າງລາຍຮັບກັບທີ່ ຢູ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງ ໃນທ້າຍອາ ທິດຜ່ານມາ, ມີ ພັອ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງ. ພ້ອມດ້ວຍ ຄະນະພັກ-ຄະນະບັນຊາຄ້າຍຄຸມຂັງ-ດັດສ້າງ, ພະແນກໂຍທາທິການ ແລະ ຂົນສົ່ງ, ອົງການໄອຍາການປະຊາຊົນ ເຂົ້າຮ່ວມ.

ພັທ ຈັນ ລໍສະຫວັນ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ໄດ້ລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄວາມຄືບໜ້າຂອງໂຄງການປູກຜັກປອດສານພິດໃນເຮືອນຮົ່ມ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ເດືອນກໍລະກົດ 2020 ມາຮອດປັດຈຸບັນ ສາມາດສະໜອງຜົນຜະລິດຈຳໜ່າຍສູ່ທ້ອງຕະຫຼາດໄດ້ 1 ຄັ້ງ, ຜົນຜະລິດໄດ້ 800 ກວ່າກິໂລກຼາມ ສ້າງລາຍຮັບໄດ້ 4.200.000 ກວ່າກີບ ແລະ ພວມປັບປຸງດິນ ເພື່ອປູກໃນຊຸດຕໍ່ໄປ, ສ່ວນການປູກໝາກເຜັດ ຈຳນວນ 9.000 ຕົ້ນ ໃນເນື້ອທີ່ 1,91 ເຮັກຕາ ເກັບກູ້ຜົນຜະລິດ 80 ກິໂລກຼາມ ເປັນເງິນ 800.000 ກີບ.     

ໃນໂອກາດນີ້, ທ່ານຮອງເຈົ້າແຂວງໄຊຍະບູລີ ກໍໄດ້ຊີ້ນໍາໃຫ້ຄະນະພັກ-ຄະບັນຊາຄ້າຍຄຸມຂັງ-ດັດສ້າງເອົາໃຈໃສ່ໃນການເພີ່ມພູມຜະລິດຜົນໃຫ້ຫຼາຍຂຶ້ນ, ສາມາດຜະລິດພືດຜັກໃນລະດູຝົນ ແລະ ລະດູແລງ ໂດຍຊອກຮູ້ຮໍ່າຮຽນນໍາວິຊາການການກະເສດ ຜູ້ທີ່ມີປະສົມການໃນການວິທີການປູກຜັກ ແລະ ການບົວລະບັດຮັກສາພືດຜັກໃຫ້ງອກງາມໄດ້ຮັບຜົນຜະລິດສູງ ຮັບປະກັນໃນການສະໜອງຈຳໜ່າຍສູ່ທ້ອງຕະຫຼາດ ເປັນເງື່ອນໄຂສ້າງລາຍຮັບກັບທີ່ໃຫ້ສາມາດເພີ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງໃຫ້ຕົນເອງໄດ້.