ເມືອງວຽງພູຄາ ແລະ ເມືອງລອງ ທໍາລາຍເຄື່ອງຂອງກາງທີ່ຢຶດມາໄດ້

0
1198

ໃນວັນທີ13 ຕຸລາ ຜ່ານມາ, ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈັດພິທີທໍາລາຍປືນແກັບ349 ກະບອກ, ເຄື່ອງຊ໋ອດປາ 20 ເຄື່ອງ,ຢາບ້າ 754 ເມັດ ແລະ ຈັກສະຕິນ 5 ເຄື່ອງ, ໂດຍມີ ທ່ານ ບຸນຊົງ ວາໄຊຍີ ປະທານກວດກາພັກ-ລັດ ເມືອງວຽງພູຄາ, ມີຄະນະປະຈຳພັກເມືອງ, ກໍາມະການ​ພັກ​ເມືອງ, ພ້ອມດ້ວຍຫົວໜ້າ-ຮອງຫ້ອງການ ແລະ ກອງບັນຊາການ ປກຊ-ປກສ, ພະນັກງານ​ຫຼັກ​ແຫຼ​ງ ອອ້ມຂ້າງ​ເມືອງ​ເຂົ້າ​ຮ່ວມ.

ໃນພິທີ, ທ່ານ ບຸນສົງ ວາໄຊຍີ ໄດ້ກ່າວໃນພິທີ ວ່າ: ເພື່ອສະແດງເຖິງພະລັງມະຫາຊົນ ແລະ ເຈດຈຳນົງອັນໃຫຍ່ຫຼວງ ທີ່ຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງພ້ອມພຽງ ແລະ ໜັກແໜ້ນ, ພ້ອມກັນກອບກູ້ເອົາຊີວິດ ແລະ ຊັບສິນຂອງຜູ້ທີ່ຖືກເຄາະຮ້າຍ ທີ່ຕົກເປັນທາດຂອງຢາເສບຕິດໃຫ້ກັບມາມີຊີວິດໃໝ່ທີ່ສົດໃສ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ,ສ້າງສາພັດ ທະນາປະເທດຊາດ ໃຫ້ມີຄວາມໝັ້ນຄົງ.

ໃນວັນດຽວກັນ, ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີຈູດທຳລາຍເຄື່ອງຂອງກາງ ທີ່ເຈົ້າໜ້າທີ່ ປກສ ເມືອງລອງ ຢຶດມາໄດ້.ໃນນັ້ນ,ມີອາວຸດລ່າເນື້ອ ປະເພດປືນແກັບ 241 ກະບອກ, ຈັກສະຕິນ 31 ເຄື່ອງ, ເຄື່ອງຊ໋ອດປາ ແລະ ອຸປະກອນເສບຢາຈຳນວນໜື່ງ, ໂດຍມີ ທ່ານ ບູນຈັນ ສຸດທິປັນຍາ ເຈົ້າເມືອງລອງ,ມີ ພັທ ຄຳທອນ ເພັດທອງຄຳ ຫົວໜ້າກອງບັນຊາການ ປກສ ເມືອງລອງ, ພ້ອມດ້ວຍ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 914, ຫ້ອງການອ້ອມຂ້າງເມືອງ ແລະ ປກສ 10 ກຸ່ມບ້ານ ເຂົ້າຮ່ວມ.