ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງໄຊຍະບູລີ ເອົາໃຈໃສ່ຕິດຕາມ,ກວດກາ,ກໍາແໜ້ນບັນດາເປົ້າໝາຍທີ່ເປັນປັດໃຈໜໍ່ແໜ່ງກໍ່ຄວາມບໍ່ສະຫງົບໃນສັງຄົມ ເພື່ອຮັບປະກັນໃຫ້ທົ່ວແຂວງມີສະຖານລະພາບທາງດ້ານເມືອງ,ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ການຊີ້ນໍາຄັ້ງນີ້.ໄດ້ມີຂຶ້ນໃນວັນທີ 13 ຕຸລາ 2020, ໃນໂອກາດທີ່ທ່ານລົງເຄື່ອນໄຫວພົບປະໂອລົມ ແລະ ຊີ້ນໍາວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງໄຊຍະບູລີ ໂດຍມີ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ພ້ອມດ້ວຍຄະນະກອງບັນຊາ ການ, ພະນັກງານ-ນັກຮົບເຂົ້າຮ່ວມ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ກ່າວວ່າ: ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະການນໍາທຸກຂັ້ນ ປກສ ແຂວງໄຊຍະບູລີ ຈົ່ງເອົາໃຈໃສ່ເພີ່ມທະວີສືກສາອົບຮົມການເມືອງ-ແນວຄິດນາຍ ແລະ ພົນຕໍາຫຼວດໃຫ້ໜັກແໜ້ນເຂັ້ມແຂງ,ເດັດດ່ຽວສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນກໍາລັງໃຫ້ເຂັ້ມງວດ, ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງຄວາມເປັລະບຽບຮຽບຮ້ອຍຂອງສັງຄົມ, ຄຸ້ມຄອງສະພາບ ການເໜັງຕີງຂອງພົນລະເມືອງ, ກໍາແໜ້ນບັນດາເປົ້າໝາຍທີ່ເປັນປັດໃຈໜໍ່ແໜ່ງກໍ່ຄວາມບໍ່ສະຫງົບໃນສັງຄົມ,ພ້ອມທັງຈັດຕັ້ງກໍາລັງອອກເຄື່ອນໄຫວສະກັດກັ້ນ, ແກ້ໄຂເປົ້າໝາຍປະເພດຕ່າງໆ ແລະ ເພີ່ມທະວີສະຕິກຽມພ້ອມປະຕິບັດໜ້າທີ່ໃນທຸກສະ ຖານະການຮັບປະກັນໃຫ້ທົ່ວແຂວງມີສະຖານລະພາບທາງດ້ານເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.