ທາບທາມເອົາຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື

0
1597

ໃນວັນທີ 14 ຕຸລາ ຜ່ານມາ, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມທາບທາ ເອົາບຸກຄະລາກອນ ເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ,ໂດຍມີ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ມີໄຊ ສີສະແຫວງສຸກ ຮອງປະ ທານກວດກາພັກ-ລັດແຂວງ, ພ້ອມດ້ວຍຄະນະຈັດຕັ້ງແຂວງ, ຄະນະຫ້ອງ,ກອງພັນ ແລະ ຄ້າຍຄຸມຂັງ-ດັດສ້າງ,ປກສ ເມືອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຂັນທອງ ຍິ້ນດາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະລົງສະໝັກທາບທາມ ເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ,ປະກອບມີ 5ມາດຖານ ຄື: ດ້ານຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ,ດ້ານຄວາມ ຮູ້-ຄວາມສາມາດ, ດ້ານແບບແຜນການການຊີ້ນໍາ-ນໍາພາບັນຊາ, ດ້ານສຸຂະພາບ, ດ້ານແບບແຜນການດຳລົງຊີວິດ ແລະ 3 ມາດຖານສະເພາະຂອງ ກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ວາງໄວ້.

ພັອ ສີເວີນ ແກ້ວສີລາວົງ ໄດ້ຊີ້ນໍາກອງປະຊຸມວ່າ: ແຜນການທາບທາມເອົາຮອງຫົວໜ້າກອງບັນຊາການ ປກສ ແຂວງເພີ່ມຄັ້ງນີ້ ເພື່ອປັບປຸງກົງຈັກການຈັດຕັ້ງກອງບັນຊາການໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ປັບປຸງແບບແຜນການຊີ້ນຳ-ນຳພາໃຫ້ດີຂຶ້ນກວ່າເກົ່ າແລະ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຕາມທິດຊີ້ນຳຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ.

ພ້ອມທັງ, ເນັ້ນໃຫ້ຜູ້ແທນກອງປະຊຸມ ພ້ອມກັນເອົາໃຈໃສ່ໃນການໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອຄັດເລືອກເອົາຜູ້ຊີ້ນຳ-ບັນຊາໃຫ້ໄດ້ຕາມມາດຖານເງື່ອນໄຂ ທີ່ຂັ້ນເທິງກຳນົດໄວ້ຢ່າງຖືກຕ້ອງ, ເໝາະສົມ ແລະ ຍຸຕິທໍາຕາມລະບຽບຫຼັກການຢ່າງເຂັ້ມງວດ.ຈາກນັ້ນ, ກອງປະ ຊຸມ ກໍໄດ້ດໍາເນີນການປ່ອນບັດຄັດເລືອກເອົາຮອງຫົວໜ້າກອງບັນຊາການ ປກສ ແຂວງ.ໃນນີ້, ມີຜູ້ລົງສະໝັກ 7 ສະຫາຍ, ເລືອກເອົາ 3 ສະຫາຍ.