ຫ້ອງວ່າການແຂວງບໍລິຄໍາໄຊ ມອບຄອມພີວເຕີ 3 ຊຸດ ໃຫ້ປກສ ແຂວງ

0
941

ຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ນໍາເອົາຄອມພີວເຕີຕັ້ງໂຕະ 3 ຊຸດ ລວມມູນຄ່າ 20.550.000 ກີບ ມອບໃຫ້ກອງບັນຊາການ ປກສ ແຂວງ ໃນວັນທີ 13 ຕຸລາ 2020, ມອບໂດຍ ທ່ານ ສາຍຄໍາ ວົງຄໍາທອງ ຮອງຫົວໜ້າຫ້ອງວ່າການແຂວງ,ຮັບໂດຍ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພະນັກງານທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ສາຍຄໍາ ວົງຄໍາທອງ ໄດ້ກ່າວວ່າ: ການມອບຄອມພີວເຕີໃຫ້ກອງບັນຊາການ ປກສ ແຂວງຄັ້ງນີ້, ແມ່ນປະຕິ ບັດຕາມຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການມອບຄອມພີວເຕີ ຈໍານວນ 3 ຊຸດໃຫ້ກອງບັນຊາການ ປກສ ແຂວງ ຄຸ້ມຄອງ ແລະ ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເພື່ອອໍານວຍຄວາມສະດວກ,ມີປະສິດທິພາບສູງໃນການເຮັດ ວຽກມີຄວາມວ່ອງໄວ ແລະ ເພື່ອເກັບຮັກສາຂໍ້ມູນສໍາຄັນໄວ້ຢ່າງມີຄວາມຮັບ ປະກັນສູງສຸດ.

ໃນໂອກາດນີ້, ພັທ ຜາຂົງ ດອກມະນີຈັນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ກ່າວສະເເດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງຄະນະນໍາຂັ້ນແຂວງ ທີ່ໄດ້ນໍາເອົາຄອມພີວເຕີຕັ້ງໂຕະຈໍານວນດັ່ງ ກ່າວມາມອບໃຫ້ ແລະຈະນໍາເອົາໄປໝູນໃຊ້ເຂົ້າໃນວຽກ ງານປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.