ປກສ ແຂວງຄຳມ່ວນເຊື່ອມຊຶມຄຳສັ່ງແນະນຳກົມການເມືອງສູນກາງພັກ

0
678

ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີເຊື່ອມຊຶມຄຳສັ່ງແນະນຳຂອງກົມການ ເມືອງສູນກາງພັກວ່າດ້ວຍການເພີ່ມທະວີກໍ່ສ້າງກົມກອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ,ໂດຍການເປັນປະທານ ແລະ ເຜີຍແຜ່ຄໍາສັ່ງຂອງ ສະຫາຍ ພັທ ບຸນເສີມ ພົມມະຈັນ ຄະນະພັກກອງບັນຊາການເລຂາຮາກຖານ ຫົວໜ້າຫ້ອງສັນຕິບານ, ມີບັນດາຄະນະໜ່ວຍພັກຮາກຖານ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.

ພັທ ບຸນເສີມ ພົມມະຈັນ ກ່າວວ່າ: ການເຊື່ອມຊຶມຄໍາສັ່ງແນະນໍາສະບັບດັ່ງກ່າວນີ້, ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄຳ ສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ຖືກຕ້ອງ ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ,ເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ,ຮູ້ນຳພາຈັດຕັ້ງປະຕິບັດແຜນການ,ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນ ການ, ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ, ໜ່ວຍພັກ.ນອກນັ້ນ, ຍັງເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະ ຫາຍ ໄດ້ເຊື່ອມຊຶມກຳແໜ້ນເນື້ອໃນຄໍາສັ່ງແນະນໍາ ໃຫ້ເລີກເຊີ່ງນຳພາປະຕິບັດຕົວຈິງດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເອກະພາບໃນທົ່ວພັກ,ຍົກສູງຄຸນນະພາບຂອງການ ຈັດຕັ້ງຮາກຖານພັກ,ກົມກອງ,ສະມາຊິກພັກ ເພີ່ມທະວີບົດບາດຄວາມສາມາດໃນການຊີ້ນຳ-ບັນຊາຕໍ່ກັບວຽກງານພັກໃນກຳລັງປ້ອງກັນຄວາມສະຫງົບ ທີ່ຕົນຮັບຜິດຊອບໃຫ້ມີບາດກ້າວທ່ວງທ່າອັນໃໝ່.

ເພື່ອກ້າວຂຶ້ນເຮັດສຳເລັດໜ້າທີ່ຂອງຕົນ ຕາມແນວທາງຂອງພັກ ສ້າງກົມກອງ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ,ຍົກສູງຄຸນທາດທາງດ້ານການເມືອງ,ຄຸນສົມບັດສີນທຳປະຕິວັດ,ຄວາມຮູ້-ຄວາມສາມາດແບບ ແຜນວິທີນຳພາ-ວິທີເຮັດວຽກໃຫ້ມີປະສິດທິຜົນສູງ ພ້ອມທັງເປັນການກວດກາຕີລາຄາຄືນໃນການຊີ້ນຳ-ນຳພາຂອງຄະນະພັກ ແຕ່ລະຂັ້ນໃນການເຄື່ອນໄຫວກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ,ໜັກແໜ້ນເພື່ອຊອກຫາສາເຫດທີ່ພາໃຫ້ມີຈຸດດີ ຈຸດອ່ອນທີ່ເປັນພື້ນຖານໃນການປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆໃຫ້ປອດໃສເຂັ້ມແຂງ ໜັກແໜ້ນ ຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ກົດໝາຍຂອງລັດ ກໍຄື ແຜນການຂອງຂັ້ນເທິງໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.    

ເອກະສານທີ່ນໍາມາເຊື່ອມຊຶມຄັ້ງນີ້, ປະກອບມີ ເອກະສານປັບປຸງຄຸນທາດການເມືອງ ແລະ ຄຸນສົມບັດສີນທຳປະຕິວັດ, ຂໍ້ຕົກລົງວ່າຂໍ້ຫ້າມນາຍແລະພົນຕຳຫຼວດ ແລະ ເອກະສານຄຳແນະນຳກຽ່ວກັບການຈັດຕັ້ງປະ ຕິບັດຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ.